ໝູ່​ບ້ານອາ​ຊີບ​ເຮັດ​ກຸບ​ມ້າ ຝູ​ຢາ ບ່ອນ​ຮັກ​ສາ​ບັນ​ດາ​ກຸ​ບໃບ​ໄມ້​ທີ່​ງາມ​ທີ່​ສຸດ​ຂອງ​ແຂວງ ບິນດິ້ງ

(VOVWORLD) -

ໝູ່ບ້ານອາຊີບເຮັດກຸບມ້າ ຝູຢາ, ເມືອງ ຝູກາດ,  ແຂວງ ບິນດິ້ງ ແມ່ນໜຶ່ງໃນບັນດາໝູ່ບ້ານອາຊີບທີ່ມີມາແຕ່ດົນນານແລ້ວ. ຫຼາຍຄົນໄດ້ເອີ້ນວ່າ ກຸບມ້າ ຝູຢາ ແມ່ນຜົນງານທີ່ດີເລີດຂອງກຸບໃບໄມ້ ຍ້ອນວ່າ ນີ້ແມ່ນຜະລິດຕະພັນສິລະປະຫັດຖະກຳທີ່ເປັນເອກະລັກພິເສດສະເພາະ ແລະ ເຂັ້ມຂຸ້ນໄປດ້ວຍຂີດໝາຍວັດທະນະທຳ, ປະຫວັດສາດ ໃນຕະຫຼອດໄລຍະພັດທະນາ ນັບແຕ່ສະໄໝເຈົ້າຊີວິດ ກວາງຈຸງ ຈົນມາຮອດປະຈຸບັນ. ຫວ່າງແລ້ວນີ້, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ຈົດຊື່ “ອາຊີບເຮັດກຸບມ້າ ຝູຢາ” ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ນີ້ແມ່ນຄວາມເອກອ້າງທະນົງໃຈ ຂອງບັນດາຜູ້ທີ່ພວມນັບມື້ນັບຮັກສາອາຊີບທີ່ເປັນມູນເຊື້ອນີ້ໄວ້.


ໝູ່​ບ້ານອາ​ຊີບ​ເຮັດ​ກຸບ​ມ້າ ຝູ​ຢາ  ບ່ອນ​ຮັກ​ສາ​ບັນ​ດາ​ກຸ​ບໃບ​ໄມ້​ທີ່​ງາມ​ທີ່​ສຸດ​ຂອງ​ແຂວງ ບິນດິ້ງ - ảnh 1

ກຸບມ້າ ຝູຢາ ມີຈຸດພິເສດສະເພາະ, ທົນທານໜັກແໜ້ນ (ພາບ: VTC)

        ໝູ່ບ້ານອາຊີບເຮັດກຸບມ້າ ຝູຢາ, ຂຶ້ນກັບຕາແສງ ກາດເຕື່ອງ, ເມືອງ ຝູກາດ,  ແຂວງ ບິນດິ້ງ ຫ່າງຈາກໃຈກາງນະຄອນ ກຸຍເຍິນ ປະມານ 35 ກມ, ແມ່ນໝູ່ບ້ານທີ່ມີປະຫວັດສາດແຫ່ງການສ້າງຕັ້ງ ແລະ ພັດທະນາໃນເກືອບ 300 ປີຂອງແຂວງ ບິນດິ້ງ. ຜະລິດຕະພັນກຸບ ຝູຢາ ບໍ່ພຽງແຕ່ແມ່ນກຸບໃບໄມ້ທຳມະດາເທົ່ານັ້ນ ຫາກຍັງແມ່ນສັນຍາລັກໃຫ້ແກ່ຄວາມເຂັ້ມແຂງ, ເຂັ້ມງວດຂອງລູກນັກມວຍ ຕິດພັນກັບປະຫວັດສາດຂອງທະຫານ ໄຕເຊີນ.

ໝູ່​ບ້ານອາ​ຊີບ​ເຮັດ​ກຸບ​ມ້າ ຝູ​ຢາ  ບ່ອນ​ຮັກ​ສາ​ບັນ​ດາ​ກຸ​ບໃບ​ໄມ້​ທີ່​ງາມ​ທີ່​ສຸດ​ຂອງ​ແຂວງ ບິນດິ້ງ - ảnh 2

(ພາບ: VTC)

    ກຸບມ້າ ຝູຢາ ແມ່ນຜະລິດຕະພັນຫັດຖະກຳສິລະປະພິເສດສະເພາະ. ຕາມບັນດານາຍຊ່າງໃນໝູ່ບ້ານ, ກຸບໄດ້ຕັ້ງຊື່ວ່າ ກຸບມ້າ, ກ່ອນອື່ນໝົດແມ່ນຍ້ອນວ່າ ກຸບມີຄວາມເຂັ້ມແຂງ, ທົນທານຄືກັບໂຕມ້າ. ນອກຈາກນັ້ນກໍ່ຍ້ອນວ່າ, ໃນເມື່ອກ່ອນ, ກຸບມ້າ ຝູຢາ ໄດ້ຜະລິດໃຫ້ແກ່ບຸກຄົນຮັ່ງມີເທົ່ານັ້ນ ເພື່ອໃຊ້ໃນເວລາຂີ່ມ້າ ຫຼືວ່າ ກຸບໄດ້ຕິດເງິນພ້ອມ, ຄວັດຮູບໂຕມັງກອນ, ຫົງຢູ່ຈອມກຸບ ຊື່ງບັນດານາຍທະຫານໄດ້ໃສ່ໃນຍາມຂີ່ມ້າ ເພື່ອສະແດງໃຫ້ເຫັນສິດອຳນາດຂອງຕົນ ໃນສະໄໝສັກດີນາ. ດັ່ງນັ້ນ, ກຸບຂອງໝູ່ບ້ານ ຝູຢາ ມີຊື່ງສຽງຍ້ອນມີລວດລາຍຍອດຍິ່ງ, ຫລູຫລາທີ່ບໍ່ມີຢູ່ບ່ອນໃດ.  ພິເສດ, ກຸບໝູ່ບ້ານ ຝູຢາ ມີແບບລວດລາຍຕ່າງໆຄື: ດວກເໝີຍ, ດອກກ້ວຍໄມ້, ດອກເບັນຈະມາດ ຊື່ງແມ່ນບັນດາສັນຍາລັກຂອງຄວາມສຸພາບສົດສວຍ, ທະນົງຕົວ, ການຫັນປ່ຽນຂອງດິນຟ້າອາກາດໃນ 4 ລະດູ. ຊາວບ້ານ ຝູຢາ ໄດ້ຜະລິດກຸບມ້າແຕ່ລະອັນອອກມາ ດ້ວຍຄວາມສຸດຈິດສຸດໃຈຂອງຕົນ. ທ່ານ ໂດ້ວັນລານ, ຜູ້ທີ່ໄດ້ເຮັດກຸບມ້າໃນເວລາກ່ວາ 6 ທົດສະວັດແລ້ວ ໃຫ້ຮູ້ວ່າ:

   ເຮັດກຸບມ້າແມ່ນຍາກຫຼາຍ, ຕ້ອງເຮັດດ້ວຍມືໝົດ, ເຮັດກຸບຕ້ອງຜ່ານ 10 ຂັ້ນຕອນ, ຍາກທີ່ສຸດແມ່ນການຖັກແສ່ວລວດລາຍ, ຕ້ອງເຮັດແນວໃດເພື່ອຖັກແສ່ວໄດ້ບັນດາລວດລາຍພິເສດ.

ໝູ່​ບ້ານອາ​ຊີບ​ເຮັດ​ກຸບ​ມ້າ ຝູ​ຢາ  ບ່ອນ​ຮັກ​ສາ​ບັນ​ດາ​ກຸ​ບໃບ​ໄມ້​ທີ່​ງາມ​ທີ່​ສຸດ​ຂອງ​ແຂວງ ບິນດິ້ງ - ảnh 3

(ພາບ: VTC)

    ປະຈຸບັນ, ໝູ່ບ້ານອາຊີບກຸບມ້າມູນເຊື້ອ ຝູຢາ ມີປະມານ 110 ຄອບຄົວຜະລິດກຸບ ດ້ວຍແຮງງານກ່ວາ 300 ຄົນ, ແຕ່ລະປີ, ໄດ້ຜະລິດປະມານ 3.300 ຜະລິດຕະພັນ. ກຸບມ້າ ຝູຢາ ແມ່ນຜະລິດຕະພັນສິປະລະຫັດຖະກຳພິເສດສະເພາະ ຊື່ງໄດ້ບັນຈຸລວງເລິກດ້ານວັດທະນະທຳ, ກຸບແຕ່ລະອັນໄດ້ເຮັດຢ່າງລະອຽດຖີ່ຖ້ວນ ແລະ ຕ້ອງຜ່ານ 3 ຂັ້ນຕອນ, ແຕ່ລະຂັ້ນຕອນ ໂດຍບ້ານໜຶ່ງເຮັດສະເພາະຕາມຮູບແບບຫັນເປັນວິຊາສະເພາະ. ຍ້ອນວ່າ ແມ່ນຜະລິດຕະພັນພິເສດສະເພາະ, ກຸບອັນໜຶ່ງຈຶ່ງມີລາຄາແຕ່ 300.000-500.000 ດົ່ງ. ສ່ວນສຳລັບກຸບທີ່ເຮັດແບບພິຖີພິຖັນ, ຕ້ອງເຮັດເປັນເດືອນຈຶ່ງສຳເລັດ ແມ່ນມີລາຄາປະມານ 2.5 ລ້ານດົ່ງ/ອັນ. ປ້າ ຮວິ່ງທິ່ຮົ່ງ, ຢູ່ຕາແສງ ກາດເຕື່ອງ, ເມືອ ຝູກາດ ແບ່ງປັນວ່າ:

    ໃນໝູ່ບ້ານໃຜໆກໍ່ຮັກມັກອາຊີບເຮັດກຸບນີ້, ເມື່ອກ່ອນ ນີ້ແມ່ນອາຊີບລ້ຽງທັງຄອບຄົວ. ມີເງິນໃຫ້ລູກໄປຮຽນໄດ້ກໍ່ຍ້ອນອາຊີບເຮັດກຸບນີ້.

     ໃນກາງເດືອນກັນຍາຜ່ານມາ, ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ໄດ້ຮັບຮູ້ “ອາຊີບເຮັດກຸບມ້າ ຝູຢາ” ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ. ນີ້ແມ່ນຄວາມພາກພູມໃຈທີ່ໃຫ່ຍຫຼວງ ສຳລັບບັນດານາຍຊ່າງເຮັດກຸບໃນໝູ່ບ້ານ. ທ່ານ ໂດ້ວັນລານ ແບ່ງປັນວ່າ:

   ນີ້ຈະແມ່ນກຳລັງໜູນໃຫ້ແກ່ຄອບຄົວຂ້າພະເຈົ້າ ແລະ ທຸກຄົນໃນໝູ່ບ້ານນີ້ ເພື່ອໃຫ້ພວກເຮົາສາມາດພັດທະນາ, ເສີມຂະຫຍາຍ ແລະ ຜະລິດກຸບທີ່ງາມກ່ວາອີກ ເພື່ອປະກອບສ່ວນອະນຸລັກຮັກສາມູ່ບ້ານອາຊີບກຸບມ້າ ຝູຢາ.

     ຕາມຄະນະກຳມະການ ປຊຊ ແຂວງ ບິນດິ້ງ, “ອາຊີບເຮັດກຸບມ້າ ຝູຢາ” ໄດ້ຈົດຊື່ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ໄດ້ປະກອບສ່ວນຢືນຢັນຄຸນຄ່າແບບຍືນຍົງ ແລະ ພະລັງຊີວິດອັນແຮງກ້າຂອງໝູ່ບ້ານອາຊີບ, ເຊີດຊູ ແລະ ຍ້ອງຍໍຊົມເຊີຍເຂດຊຸມຊົນ, ໂດຍສະເພາະແມ່ນບັນດານາຍຊ່າງ ໃນການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກ. ທ່ານ ເລີມຫາຍຢາງ, ຮອງປະທາຄະນະກຳມະການ ປຊຊ ແຂວງ ບິນດິ້ງ ໃຫ້ຮູ້ວ່າ:

  ທາງແຂວງຈະສ້າງ ແລະ ຜັນຂະຫຍາຍປະຕິບັດບັນດາມາດຕະການ, ກົນໄກ, ນະໂຍບາຍໜູນຊ່ວຍບັນດານາຍຊ່າງ ເພື່ອຮັກສາອາຊີບ ແລະ ສອນວິຊາຊີບ, ຕ້ອງຖືບັນດານາຍຊ່າງ ແມ່ນຊັບສິນຂອງປະເທດຊາດ, ຈາກນັ້ນ ຈະມີນະໂຍບາຍໜູນຊ່ວຍໃຫ້ເໝາະສົມ. ພ້ອມກັນນັ້ນ ກໍ່ຕ້ອງສືບຕໍ່ຈັດບັນດາການເຄື່ອນໄຫວເຊີດຊູບັນດາສ່ວນບຸກຄົນ, ປະຊາຄົມທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນການຮັກສາ, ປະຕິບັດ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ.

   ປະຈຸບັນ, ກຸບມ້າ ຝູຢາ ໄດ້ມີໜ້າໃນທົ່ວທຸກແຫ່ງ, ແຕ່ພາກເໜືອເຂົ້າໄປຮອດພາກໃຕ້ ຫວຽດນາມ ແລະ ຕ່າງປະເທດ. ຕາມຄະນະກຳມະການ ປຊຊ ແຂວງ ບິນດິ້ງ, ເລື່ອງ “ອາຊີບເຮັດກຸບມ້າ ຝູຢາ” ໄດ້ຈົດຊື່ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດ ໄດ້ຢັ້ງຢືນຄຸນຄ່າອັນຍືນຍົງ ແລະ ພະລັງຊີວິດອັນແຮງກ້າຂອງໝູ່ບ້ານ, ເຊີດຊູເຂດຊຸມຊົນ, ໂດຍສະເພາະແມ່ນບັນດານາຍຊ່າງ ໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ./.

         

ຕອບກັບ

ຂ່າວ/ບົດ​ອື່ນ