(VOVWORLD) -
ຊາວ ຫວຽດນາມ ເຄີຍເວົ້າວ່າ: “ຄຳໝາກຄຳພູແມ່ນເປີດສາກການໂອ້ລົມກັນ”, ດັ່ງ
ນັ້ນ, ໃບພູ, ໝາກໝາກແມ່ນສິ່ງທີ່ຂາດບໍ່ໄດ້ໃນໂອກາດສຳຄັນຕ່າງໆຄື: ພິທີບູຊາ, ງານດອງ… ແລະຈຸດຄວາມງາມດ້ານວັດທະນະທຳທີ່ລຽບງ່າຍນີ້ ຍັງປະກົດຢູ່ໝູ່ບ້ານໃບພູ ວິຖຸຍ, ຕາແສງ ວິຖຸຍ, ເມືອງ ວິຖຸຍ, ແຂວງ ເຮົ້າຢາງ. ແຕ່ດົນນາມາແລ້ວ, ຊາວ ວິຖຸຍ ໄດ້ຕິດພັນກັບອາຊີບປູກພູ ແລະ ນຳຜະລິດຕະພັນນີ້ ກາຍເປັນຈຸດວັດທະນະທຳພິເສດສະເພາະຂອງເຂດດິນແດນແຫ່ງນີ້.
ໝູ່ບ້ານ ວິຖຸຍ ປະຈຸບັນມີເນື້ອທີ່ປູກພູປະມານ 40ha. (ພາບ: ເຕິນຟອງ/VOV )
|
ຕາມບັນດາຜູ້ເຖົ້າຜູ້ແກ່ໃນໝູ່ບ້ານ, ຕົ້ນພູໄດ້ປູກຢູ່ໝູ່ບ້ານ ວິຖຸຍ ກ່ອນນີ້ປະມານ 60 ປີ, ສ່ວນຫຼາຍແມ່ນເພື່ອຮັບໃຊ້ໃຫ້ແກ່ຮີດຄອງ “ຄ້ຽວໝາກ” ຂອງຜູ້ອາຍຸສູງ ຫຼືໃຊ້ໃນພິທີສູ່ຂໍ, ງານດອງ… ຫຼັງຈາກນັ້ນ, ໃບພູໄດ້ຈຳໜ່າຍຢູ່ຕະຫຼາດແຫ່ງຕ່າງໆໃນແຂວງ ເຮົ້າຢາງ, ນະຄອນ ໂຮ່ຈີມິນ ກໍ່ຄືສົ່ງອອກໄປ ກຳປູເຈຍ, ໄຕ້ຫວັນ (ຈີນ), ດັ່ງນັ້ນ, ອາຊີບປູກຕົ້ນພູຈຶ່ງໄດ້ພັດທະນາ.
ປະຈຸບັນ, ໝູ່ບ້ານ ວິຖຸຍ ມີກ່ວາ 200 ຄອບຄົວປູກພູດ້ວຍເນື້ອທີ່ທັງໝົດກ່ວາ 40 ha, ຊື່ງແມ່ນໝູ່ບ້ານປູກພູຫຼາຍກ່ວາໝູ່ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ. ຍ້ອນທຳມະຊາດດົນບັນດານໃຫ້, ໂດຍສະເພາະແມ່ນແຫຼ່ງນ້ຳຈືດຈາກແມ່ນ້ຳ ເຮົ້າ ນັ້ນ, ຕົ້ນພູຂອງໝູ່ບ້ານ ວິຖຸຍ ຍາມໃດກໍ່ຂຽວສົດງົດງາມ, ໃບໃຫ່ຍ, ມີສີເຫຼືອງນ້ຳຕານ, ລົດຊາດເຜັດ ໄດ້ຮັບຄວາມນິຍົມຊົມຊອບຈາກຫຼາຍຄົນ. ທ່ານ ມາຍວັນວັນ, ຢູ່ບ້ານ 5, ຕາແສງ ວິຖຸຍ, ເມືອງ ວິຖຸຍ ໃຫ້ຮູ້ວ່າ: ໃນເນື້ອທີ່ດິນປູກພູ 1.293 ແມັດມົນທົນ, ປຊຊ ຈະມີລາຍຮັບເກືອບ 4000 USD /ປີ:
ຄອບຄົວຂ້າພະເຈົ້າປູກພູໃນເນື້ອທີ່ກ່ວາ 1.293 ແມັດມົນທົນ ໄດ້ 20, 30 ປີແລ້ວ. ຊີວິດກໍ່ເປັນປົກກະຕິ, ການເກັບກ່ຽວໃບພູໃນເນື້ອທີ່ປູກກ່ວາ 1.293 ແມັດມົນທົນ ກໍ່ສູງກ່ວາປູກເຂົ້າທົບຫຼາຍເທົ່າ. ເດືອນໜຶ່ງສາມາດເກັບກ່ຽວ 3 ເທື່ອ, ລາຍຮັບກໍ່ສູງກ່ວາການປູກເຂົ້າເຖິງ 2-3 ເທື່ອ. ຊາວກະສິກອນຢູ່ທີ່ນີ້ໄດ້ສ້າງຄວາມຮັ່ງມີຈາກການປູກພູ.
ໝູ່ບ້ານ ວິຖຸຍ ຈະກາຍເປັນສະຖານທີ່ທ່ອງທ່ຽວເຂດຊຸມຊົນ (ພາບ: ເຕິນຟອງ/VOV )
|
ປີ 2020, ເພື່ອສ້າງເງື່ອນໄຂສະດວກໃຫ້ສົ້ນອອກຂອງຜະລິດຕະພັນ, ປຊຊ ປູກຕົ້ນພູຢູ່ຕາແສງ ວິຖຸຍ ໄດ້ຮ່ວມສຳພັນກັນສ້າງຕັ້ງສະຫະກອນ ເຈົ່າວ່າງ ດ້ວຍສະມາຊິກເກືອບ 30 ຄົນຊື່ງໄດ້ປູກພູໃນເນື້ອທີ່ດິນເກືອບ 20 ha. ສະເລ່ຍແຕ່ລະເດືອນ, ສະຫະກອນໄດ້ສະໜອງໃບພູປະມານ 20.000-24.000 ໃບໃຫ້ແກ່ທ້ອງຕະຫຼາດ. ທ່ານ ຫງວຽນວັນເດີ່ຍ ປະທານສະຫະກອນ ເຈົ່າວ່າງ ໃຫ້ຮູ້ວ່າ:
ເຂົ້າເປັນສະມາຊິກຂອງສະຫະກອນ, ປຊຊ ໄດ້ສາມັກຄີກັນໃນການປູກຝັງ, ຍົກສູງຄຸນນະພາບຂອງໃບພູ, ລາຄາກໍ່ເປັນປົກກະຕິ, ຂ້າພະເຈົ້າກໍ່ມີ 2.500 ຮ້ານປູກພູ ເພື່ອສົ່ງລູກຮຽນມະຫາວິທະຍາໄລ, ຊີວິດກໍ່ມີຄວາມອີ່ມໜຳສຳລານ, ສົມບູນພູນສຸກ.
ໃນບັນດາແຜນຮ່າງພັດທະນາການທ່ອງທ່ຽວຂອງແຂວງ ເຮົ້າຢາງ, ຕາແສງ ວິຖຸຍ ແມ່ນໜຶ່ງໃນບັນດາທ້ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນພັດທະນາ. ທ່ານ ຫງວຽນກົງຢຸຍ, ປະທານຄະນະກຳມະການ ປຊຊ ເມືອງ ວິຖຸຍ ແບ່ງປັນວ່າ: ນອກຈາກຄວາມສາມາດບົ່ມຊ້ອນດ້ານເສດຖະກິດຈາກການປູກພູ, ເມືອງ ວິຖຸຍ ພວມຢູ່ໃນວິວັດການພັດທະນາໝູ່ບ້ານປູກພູ ກາຍເປັນສະຖານທີ່ທ່ອງທ່ຽວເຂດຊຸມຊົນທີ່ເປັນເອກະລັກສະເພາະ ເພື່ອຊ່ວຍ ປຊຊ ພັດທະນາເສດຖະກິດ:
ລັບແຜນຮ່າງພັດທະນາໝູ່ບ້ານປູກພູ ວິຖຸຍ, ທາງເມືອງໄດ້ລົງທຶນກໍ່ສ້າງເສັ້ນທາງຄົມມະນາຄົມ 2 ສາຍ; ຍົກລະດັບປະຕູໂຂງ, ປ້າຍໂຄສະນາ, ປູກຕົ້ນໝາກ, ກຸ່ມດອກໄມ້ຕື່ມອີກ. ນອກຈາກນັ້ນ ທາງເມືອງຍັງໄດ້ຈັດບັນດາຊຸດຝຶກອົບຮົມຖ່າຍຖອດວິທະຍາສາດເຕັກນິກ, ຈັດການໄປທັດສະນະສຶກສາ, ຮ່ຳຮຽນເອົາບົດຮຽນປະສົບການຈາກບ່ອນອື່ນກ່ຽວກັບການເຮັດການທ່ອງທ່ຽວ… ກໍ່ຄືຮຽກຮ້ອງບັນດານັກລົງທຶນເພື່ອສະກັດໃບພູເປັນນ້ຳມັນຫອມລະເຫີຍ ກໍ່ຄືເສັ້ນໄຍໃບພູ ນຳເຂົ້າໃນການຜະລິດບັນດາຜະລິດຕະພັນຄື ເຂົ້າໜົມ, ນ້ຳມັນຫອມລະເຫີຍ, ນ້ຳຢາລ້າງ ເພື່ອເພີ່ມລາຍຮັບໃຫ້ພໍ່ແມ່ ປຊຊ.
ຖ້າຫາກວ່າແຂກທ່ອງທ່ຽວເຄີຍໄປຢ້ຽມຢາມໝູ່ບ້ານ ວິຖຸຍ ເທື່ອໜຶ່ງ ແມ່ນຈະບໍ່ອາດຫຼົງລືມໄດ້ເຖິງຮູບພາບບັນດາຮ້ານໃບພູຂຽວສົດງົດງາມໃນທ່າມກາງບັນຍາກາດທີ່ສະຫງົບງຽບຂອງເຂດບ້ານນາ. ປະຈຸບັນ, ປຊຊ ຢູ່ແຫ່ງນີ້ພວມກະກຽມເຮັດການທ່ອງທ່ຽວ ເພື່ອແນະນຳໝູ່ບ້ານອາຊີບ ໄປຍັງແຂກທ່ອງທ່ຽວທັງຢູ່ໃກ້ ແລະ ຢູ່ໄກ. ຍ້ອນວ່າ ນອກຈາກການພັດທະນາເສດຖະກິດແລ້ວ, ນີ້ກໍ່ແມ່ນໜຶ່ງໃນບັນດາມາດຕະການເພື່ອຮັກສາ ແລະ ພັດທະນາໝູ່ບ້ານປູກພູທີ່ເປັນເອກະລັກສະເພາະໃຫ່ຍທີ່ສຸດໃນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ./.