ວັນທີ 1 ພະຈິກ, ອາເມລິກາ ປະກາດຈະສະໜອງບ້ວງເງິນອຸປະຖຳດ້ານການທະຫານໃໝ່ຕື່ມອີກທີ່ມີມູນຄ່າ 425 ລ້ານ USD ໃຫ້ແກ່ ຢູແກຼນ. ກະຊວງການຕ່າງປະເທດ ອາເມລິກາ ປະກາດວ່າບ້ວງເງິນອຸປະຖຳນີ້ ຈະສະໜອງໃຫ້ແກ່ ຢູແກຼນ ບັນດາອາວຸດເພີ່ມເຕີ່ມ ເພື່ອຕອບສະໜອງບັນດາຄວາມຕ້ອງການອັນຈຳເປັນທີ່ສຸດຂອງ ກີແອບ, ລວມທັງບັນດາລະບົບປ້ອງກັນອາກາດ, ລູກປືນຈະຫຼວດ, ລູກປືນໃຫ່ຍ, ລົດຫຸ້ມເກາະ ແລະ ອາວຸດຕ້ານລົດຖັງປະເພດຕ່າງໆ.

ຕໍ່ໜ້າເລື່ອງ ອາເມລິກາ ແລະ ບັນດາປະເທດຝ່າຍຕາເວັນຕົກອື່ນໆ ສະໜອງອາວຸດໃຫ້ແກ່ ຢູແກຼນ ນັ້ນ, ລັດເຊຍ ໄດ້ປະກາດເປັນຫຼາຍຄັ້ງວ່າ ບັນດາການກະທຳນີ້ຈະບໍ່ປ່ຽນແປງສະພາບການໃນສະໜາມຮົບໄດ້ ແລະ ຍິ່ງຈະເຮັດໃຫ້ການປະທະກັນລະຫວ່າງ ລັດເຊຍ-ຢູແກຼນ ແກ່ຍາວຂຶ້ນຕື່ມເທົ່ານັ້ນ.