ໃນ​ຂອບ​ເຂດ​ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່​ຄັ້ງ​ທີ 152 ຂອງ ສະ​ຫະ​ພັນ ລັດ​ຖະ​ສະ​ພາ​ສາ​ກົນ (IPU - 152) ແລະ ດຳ​ເນີນ​ການ​ເຄື່ອ​ນ​ໄຫວ​ສອງ​ຝ່າຍ​ຈຳ​ນວນ​ໜຶ່ງ​ຢູ່​ຕວັກ​ກີ, ຕອນ​ບ່າຍ​ວັນ​ທີ 16 ເມ​ສາ, ເວ​ລາ​ທ້ອງ​ຖິ່ນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຈິ່ນ​ແທັງ​ເໝິນ ໄດ້​ພົບ​ປະ​ກັບ​ທ່​ານ​ປະ​ທາ​ນາ​ທິ​ບໍ​ດີ ຕວັກ​ກີ Recep Tayyip Erdogan.

ທີ​ການ​ພົບ​ປະ, ທ່ານ​ປະ​ທານ​ສະ​ພາ​ແຫ່​ງ​ຊາດ​ເຈິ່ນ​ແທັງ​ເໝິນ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Recep Tayyip Erdogan ຢັ້ງ​ຢືນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ຍັງ​ໃຫຍ່ຫຼວງ​ທີ່​ສຸດ, ເປັນ​ເອ​ກະ​ພາບ​ນຳ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ເປັນ​ເສົາ​ຄ້ຳ​ຮ່​ວມ​ມື​ສຳ​ຄັນ, ສ້າງ​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ບັນ​ລຸ​ໄດ້​ເປົ້າ​ໝາຍ​ຍົກ​ວົງ​ເງິນ​ການ​ຄ້າ​ສອງ​ປະ​ເທດ ຂຶ້ນ​ເປັນ 4 ຕື້ USD. ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ ແລະ ​ໝູນ​ໃຊ້​ບັນ​ດາ​ເງື່ອນ​ໄຂ​ສະ​ດວກ​ກ່ຽວ​ກັບ​ເສັ້ນ​ທາງ​ການ​ບິນ​ໂດຍ​ກົງ, ວິ​ຊາ​ເອ​ເລັກ​ໂຕ​ນິກ ໃຫ້​ແກ່​ພົນ​ລະ​ເມືອງ​ສອງ​ປະ​ເທດ, ສ້າງ​ເງື່ອນ​ໄຂ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ, ການ​ຮ່ວມ​ມື​ການ​ຄ້າ, ການ​ລົງ​ທຶນ, ການ​ທ່ອງ​ທ່ຽວ ແລະ ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ.

ໃນ​ໂອ​ກາດ​ນີ້, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Recep Tayyip Erdogan ຢັ້ງ​ຢືນ ຕວັກ​ກີ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ ກັບ ຫວຽດ​ນາມ ແລະ ປາດ​ຖະ​ໜາ​ຢາກ​ຊຸກ​ຍູ້​ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ກໍ່ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ຕ່ຳ ກາ​ຊັກ​ສະ​ຖານ viện Kazakhstan Yerlan Koshanov, ພົບ​ປະ​ກັບ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ກົວ​ດີ​ວົວ Patrik Achi.