ນັບແຕ່ກາງເດືອນ ເມສາ, ນະຄອນ ດ່າໜັງ ໄດ້ຈັດ 2 ງານວາງສະແດງທີ່ພົ້ນເດັ່ນພາຍໃຕ້ ຫົວຂໍ້ “ສີສັນດິນແດນ ກວ໋າງ” (ແຕ່ວັນທີ 15 ເມສາ ຫາວັນທີ 05 ພຶດສະພາ), ຢູ່ຫໍພິພິທະພັນ ວິຈິດສິນ ດ່າໜັງ ແລະ “ຈຸດຕັດໄຂວ່ ຫວຽດນາມ (ແຕ່ວັນທີ 17 ເມສາ ຫາວັນທີ 17 ພຶດສະພາ) ຢູ່ຫໍພິພິທະພັນ ດ່າໜັງ. ນະທີ່ນີ້, ໄດ້ວາງສະແດງພາບຖ່າຍ, ພາບແຕ້ມ, ເອກະສານທີ່ກ່ຽວຂ້ອງເຖິງວັດທະນະທຳ, ຊາວ ກວ໋າງ ແລະ ຈັງຫວະຊີວິດຍຸກປັດຈຸບັນ. ເນື່ອງໃນໂອກາດນີ້, ນະຄອນ ດ່າໜັງ ຍັງຈັດງານບຸນຊຸດເສື້ອຍາວ ດ່າໜັງ (ແຕ່ວັນທີ 23 ເມສາ ຫາວັນທີ 26 ພຶດສະພາ) ເພື່ອແນໃສ່ເຊີດຊູຄຸນຄ່າຂອງຊຸດເສື້ອຍາວ, ນຳມໍລະດົກເຂົ້າໃນຈັງຫວະຊີວິດທີ່ທັນສະໄໝ, ສ້າງການສຳຜັດວັດທະນະທຳທີ່ມີຊີວິດຊີວາຢູ່ທ່າມກາງຕົວເມືອງ. ຈຸດເນັ້ນໜັກແມ່ນເຫດການ ເປີດສະຫຼອງລະດູທ່ອງທ່ຽວທະເລ ດ່າໜັງ ປີ 2026. ທ່ານນາງ ຫງວຽນທິຮວ່າຍອານ, ຮອງຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວນະຄອນ ດ່າໜັງ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າກຳນົດວ່າ ຕ້ອງຫັນຜະລິດຕະພັນຢູ່ທ້ອງຖິ່ນເປັນຫຼາຍຮູບຫຼາຍແບບ, ສ້າງຄຸນຄ່າແກ້ງແຍ້ງໃຫ້ແກ່ສະຖານທີ່ທ່ອງທ່ຽວ, ເພື່ອໃຫ້ແຂກທ່ອງທ່ຽວ ມີການລົງຕົວຈິງທີ່ລົງເລິກກວ່າອີກ ແລະ ມີຄວາມໝາຍກວ່າອີກໃນໄລຍະທ່ອງທ່ຽວຢູ່ນະຄອນ ດ່າໜັງ. ນີ້ກໍແມ່ນທິດທາງທີ່ຖືກຕ້ອງທີ່ສຸດ, ທ່າອ່ຽງໃນປັດຈຸບັນ ແມ່ນມີແຂກທ່ອງທ່ຽວຫຼາຍຄົນນັບມື້ນັບຊອກຫາບັນດາຄຸນຄ່າແກ່ນສານ ແລະ ຄວາມຮູ້ສຶກສະໜິດຕິດພັນກັບຈຸດໝາຍປາຍທາງຢ່າງແທ້ຈິງ”.
