ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ຢັ້ງຢືນວ່າ ຫວຽດນາມ ສະໜັບສະໜູນຫຼັກໝັ້ນ ແລະ ຄວາມສົນໃຈລວມຂອງ ອາຊຽນ ຕໍ່ສະພາບການຢູ່ພາກພື້ນຕາເວັນອອກກາງ, ໂດຍສະແດງໃຫ້ເຫັນຜ່ານກອງປະຊຸມລັດຖະມົນຕີການຕ່າງປະເທດພິເສດ ແລະ ຖະແຫຼງການຂອງລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບບັນຫານີ້ໃນຫວ່າງມໍ່ໆມານີ້. ຜູ້ຕາງໜ້າ ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍຈົ່ງລະຫງັບໃຈຢ່າງສຸດຂີດ, ຫຼີກລ້ຽງການກະທຳເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ, ບໍ່ນາບຂູ່ ຫຼືນຳໃຊ້ກຳລັງອາວຸດ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ ແລະ ກົດບັດ ສປຊ. ທ່ານເນັ້ນໜັກວ່າການໂອ້ລົມສົນທະນາທີ່ມີເຈດຕະນາດີ ແມ່ນເສັ້ນທາງໜຶ່ງດຽວທີ່ຈະພາໄປເຖິງສັນຕິພາບແບບຍືນຍົງ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງຢຸດຍິງຊົ່ວຄາວ ແລະ ຮຽກຮ້ອງໃຫ້ບັນດາຝ່າຍໝູນໃຊ້ກາລະໂອກາດນີ້ເພື່ອຊຸກຍູ້ການໂອ້ລົມສົນທະນາ, ຊອກຫາມາດຕະການຍາວນານ, ພ້ອມທັງຢັ້ງຢືນ ແລະ ສະໜັບສະໜູນບັນດາຄວາມມານະພະຍາຍາມສາກົນເພື່ອຮັກສາຊ່ອງທາງຕິດຕໍ່ພົວພັນ ແລະ ສ້າງພື້ນທີ່ໃຫ້ແກ່ວຽກງານການທູດ.
