ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ກໍ​ໃຫ້​ຮູ້​ວ່າ ທ່ານ​ພວມ​ມາ​ນະ​ພະ​ຍາ​ຍາມ​ສັບ​ຊ້ອນ​ການ​ພົບ​ປະ​ທຳ​ອິດ​ລະ​ຫວ່າງ​ການ​ນຳ ລີ​ບັງ ແລະ ອິ​ດ​ສະ​ຣາ​ແອັນ ຢູ່ ອາ​ເມ​ລິ​ກາ. ກ່ອນ​ໜ້າ​ນັ້ນ, ອິດ​ສະ​ຣາ​ແອັນ ແລະ ລີ​ບັງ ໄດ້​ເຈ​ລະ​ຈາ​ພາຍ​ໃຕ້​ການ​ເປັນ​ກາງ​ໄກ່​ເກ່ຍ​ຂອງ ອາ​ເມ​ລິ​ກາ ແລະ ວັນ​ທີ 14 ເມ​ສາ ສອງ​ຝ່າຍ​ໄດ້​ເຫັນ​ດີດຳ​ເນີນ​ການ​ເຈ​ລະ​ຈາ​ແບບ​ເຊິ່ງ​ໜ້າ ພາຍຫຼັງ​ທີ່​ມີ​ບັນ​ດາ​ການ “ປຶກ​ສາ​ຫລື​ຢ່າງ​ມີ​ປະ​ສິດ​ທິ​ຜົນ” ຢູ່ ວໍ​ຊິງ​ຕັນ.

ພາຍຫຼັງແຈ້ງ​ການ​ນີ້, ຫຼາຍ​ປະ​ເທດ ອາ​ຣັບ ໄດ້ພ້ອມ​ກັນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄຳ​ສັ່ງ​ຢຸດ​ຍິງ, ຖື​ນີ້​ແມ່ນ​ບາດ​ກ້າວ​ທຳ​ອິດ​ມຸ່ງ​ໄປ​ເຖິງ​ການ​ສ້າງ​ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽນ​ລະ​ພາບ​ຢູ່​ທົ່ວ​ພາກ​ພື້ນ​ຄືນ​ໃໝ່. ກໍ​ໃນ​ຕອນ​ຄ່ຳ​ວັນ​ດຽວ​ກັນ, ສ​ປ​ຊ ພ້ອມ​ດ້ວຍຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ ແລະ ເອີ​ຣົບ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຄຳ​ສັ່ງ​ຢຸດ​ຍິງ; ພ້ອມ​ທັງ​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ຝ່າຍ ຈົ່ງ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຢ່າງ​ເຂັ້ມ​ງວດ, ສ້າງ​ປະ​ຖົມ​ປັດ​ໄຈ​ໃຫ້​ແກ່​ການຫຼຸດ​ຜ​່ອນ​ຄວາມ​ເຄັ່ງ​ຕຶງ ແລະ ຢຸດ​ຕິ​ການ​ປະ​ທະ​ກັນ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ສິ້ນ​ເຊີງ.

ມິງ​ໂງ, ບາ​ທີ - ນັກ​ຂ່າວ VOV ປະ​ຈຳ ອີ​ຢິບ