ເຖິງວ່າ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ ແນ​ໃສ່​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ລະ​ຫວ່າງ ອາ​ເມ​ລິ​ກາ - ອີ​ຣານ ຍັງ​ຄົງ​ສືບ​ຕໍ່​ໄດ້​ຮັບ​ການ​ຊຸກ​ຍູ້​ກໍ​ຕາມ, ແຕ່​ຄວາມ​ເຄັ່ງ​ຕຶງ​ຢູ່​ເຂ​ດ​ອ່າວ ເປີ​ເຊຍ ຍັງ​ສືບ​ຕໍ່​ເພີ່ມ​ຂຶ້ນ, ພິ​ເສດ​ແມ່ນ​ຢູ່​ຊ່ອງ​ແຄບ​ທະ​ເລ Hormuz. ​ກ່າວ​ຄຳ​ເຫັນ​ທີ່​ທຳ​ນຽບ 5 ແຈ ເມື່ອ​ວັນ​ທີ 16 ເມ​ສາ, ທ່ານ Pete Hegseth ລັດ​ຖະ​ມົນ​ຕີກະ​ຊວງ​ສົງ​ຄາມ ອາ​ເມ​ລິ​ກາ ຖະ​ແຫຼງວ່າ, ວໍ​ຊິງ​ຕັນ ຈະ​ສະ​ກັດ​ກັ້ນ​ທຸກ​ການ​ເຄື່ອນ​ໄຫວ​ຂອງ​ກ່ຳ​ປັ່ນ​ເຂົ້າ - ອອກ​ບັນ​ດາ​ທ່າ​ກ່ຳ​ປັ່ນ​ຂອງ ອີ​ຣານ ຢູ່​ຊ່ອງ​ແຄບ​ທະ​ເລ Hormuz “ຈົນ​ເຖິງ​ເມື່ອ​ໃດ​ທີ່ ຍັງ​ມີ​ຄວາມ​ຈຳ​ເປັນ”, ພ້ອມ​ທັງ​ເພີ່ມ​ທະ​ວີ​ກຳ​ລັງ​ກົດ​ດັນ​ທາງ​ການ​ທະ​ຫານ ແລະ ເສດ​ຖະ​ກິດ. ໃນ​ຂະ​ນະ​ນັ້ນ, ທ່ານ​ Dan Caine ປະ​ທານ​ສະ​ພາ​ຫົວ​ໜ້າ​ເສ​ນາ​ທິ​ການ​ທະ​ຫານ​ປະ​ສົມ ອາ​ເມ​ລິ​ກາ ເນັ້ນ​ໜັກ​ວ່າ ຄຳ​ສັ່ງ​ປິດ​ລ້ອມ​ຈະ​ໄດ້​ໝູນ​ໃຊ້​ສຳ​ລັບ​ກ່ຳ​ປັ່ນ​ທຸກ​ລຳ, ໂດຍ​ບໍ່​ມີ​ການ​ຈຳ​ແນກ​ສັນ​ຊາດ ແລະ ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ນຳ​ໃຊ້​ກຳ​ລັງ​ອາ​ວຸດ ໃນ​ເວ​ລາ​ທີ່​ຈຳ​ເປັນ.

ວົງ​ການ​ເຈົ້າ​ໜ້າ​ທີ​່ ອາ​ເມ​ລິ​ກາ ຢັ້ງ​ຢືນ​ວ່າ ບັນ​ດາ​ມາດ​ຕະ​ການ​ນີ້ ​ທີ່​ຈິງ​ແລ້ວ​ແມ່ນ​ເລັ່ງ​ໃສ່​ບັນ​ດາ​ທ່າ​ກ່ຳ​ປັ່ນ ແລະ ຝັ່ງ​ທະ​ເລຂອງ ອີ​ຣານ, ​ຫາກ​ບໍ່​ແມ່ນ​ປິດ​ລ້ອມ​ຊ່ອງ​ແຄບ​ທະ​ເລ Hormuz ທັງ​ໝົດ ແຕ່​ຂອບ​ເຂດ​ການ​ປະ​ຕິ​ບັດ ອາດ​ຈະ​ໄດ້​ຮັບ​ການ​ເປີດກວ້າງ​ໄປ​ຍັງ​ເຂດ​ທະ​ເລ​ສາ​ກົນ. ພ້ອມ​ດຽວ​ກັນ​ນັ້ນ, ວ​ໍຊິງ​ຕັນ ກໍ​ໄດ້​ຜັນ​ຂະ​ຫຍາຍ​ບັ້ນ​ຮົບ “Economic Fury” ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ກຳ​ລັງ​ກົດ​ດັນ​ທາງ​ດ້ານ​ເສດ​ຖະ​ກິດຕໍ່​ກັບ ເຕ​ເຮ​ຣານ, ໄປ​ຄ​ຽງ​ຄູ່​​ກັ​ບບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ໃໝ່ ແນ​ໃສ່​ຂະ​ແໜງ​ນ້ຳ​ມັນ​ບໍ່ ອີ​ຣານ.