ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz (ພາບ:AA/TTXVN)

ໃນກອງປະຊຸມຖະແຫຼງຂ່າວຮ່ວມ, ເມື່ອເຕື້ອງເຖິງການປະທະກັນຢູ່ ຢູແກຼນ, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ຢັ້ງຢືນຄືນທັດສະນະຂອງ Berlin ແລະ Washington ຈະຮັກສາການສະໜັບສະໜູນ Kiev. ສ່ວນທ່ານປະທານາທິບໍດີ ອາເມລິກາ Joe Biden ຮຽກຮ້ອງໃຫ້ບັນດາປະເທດພັນທະມິດຂອງ ຢູແກຼນ ຮັກສາຄວາມມາພະຍາຍາມຊ່ວຍເຫຼືອ Kiev, ພິເສດແມ່ນໃນລະດູໜາວທີ່ຈະມາເຖິງນີ້.

ກ່ຽວກັບສະພາບການຢູ່ຕາເວັນອອກກາງ, ການນຳສອງທ່ານຢັ້ງຢືນວ່າ ມີຄວາມເຫັນດີເປັນເອກະພາບມານະພະຍາຍາມຢ່າງສຸດຂີດເພື່ອຫຼີກລ້ຽງກໍລະນີປະທະກັນຢູ່ພາກພື້ນປິນຂັ້ນໄດ. ທ່ານນາຍົກລັດຖະມົນຕີ ເຢຍລະມັນ ຫວັງວ່າ ເລື່ອງ ຫົວໜ້າກຳລັງ ຮາມາດສ ທ່ານ Jahja al-Sinwar ເສຍຊີວິດ ອາດຈະເປີດແງ່ຫວັງບັນລຸໄດ້ຄຳສັ່ງຢຸດຍິງຢູ່ເຂດ ກາຊາ ແລະ ຂໍ້ຕົກລົງປ່ອຍຕົວປະກັນ ທີ່ຖືກ ຮາມາດສ ກັກຂັງ. ໃນຂະນະນັ້ນ, ທ່ານປະທານາທິບໍດີ Joe Biden ໃຫ້ຂໍ້ສັງເກດວ່າ ນີ້ແມ່ນໂອກາດເພື່ອຊອກຫາເສັ້ນທາງພາໄປເຖິງສັນຕິພາບ ແລະ ອະນາຄົດທີ່ສົດໃສກວ່າຢູ່ເຂດ ກາຊາ.