|
(ພາບ:Chu Hiệu - TTXVN) |
ປະຕິບັດຂະບວນການ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ບຸນປີໃໝ່ປີຈໍ 2018, ສູນກາງສະມາຄົມຫາກໍ່ຕັດສິນໃຈຈັດແບ່ງຈຳນວນເງິນກ່ວາ 6,5 ຕື້ດົ່ງໃຫ້ແກ່ສະພາກາແດງຢູ່ 63 ແຂວງ, ນະຄອນ ເພື່ອມອບຂອງຂວັນໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ຄາດວ່າ, ແຕ່ນີ້ຮອດວັນທີ 12 ກຸມພາ, ສູນກາງສະພາກາແດງ ຫວຽດນາມ 30 ມີຄະນະປະຕິບັດງານຂອງບັນດາການນຳພັກ, ລັດ, ບັນດາກະຊວງ, ຄະນະ, ຂະແໜງການສູນກາງກ່ວາ 30 ຄະນະຕິດຕາມໄປຢ້ຽມຢາມ ແລະ ມອບຂອງຂວັນປີໃໝ່ຢູ່ 33 ແຂວງ, ນະຄອນ.
ຕອນເຊົ້າວັນທີ 27 ມັງກອນ, ຄະນະປະຕິບັດງານຂອງຄະນະຊີ້ນຳສູນກາງກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ ໂດຍ ທ່ານ ຫງວຽນຊວນເກື່ອງ, ຫົວໜ້າຄະນະ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ເປັນຫົວໜ້າຄະນະໄດ້ໄປກວດກາວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງ, ກະກຽມບຸນເຕັດໃຫ້ປະຊາຊົນຜູ້ຖືກຜົນສະທ້ອນຍ້ອນພາຍຸ Damrey (ເດືອນ ພະຈິກ 2017), ຢູ່ແຂວງ ແຄ໋ງຮ່ວາ. ທ່ານ ລັດຖະມົນຕີ ຫງວຽນຊວນເກື່ອງ ສະເໜີວ່າ: ວຽກງານເບິ່ງແຍງດູແລໃຫ້ແກ່ບັນດາຄອບຄົວຖືກຜົນສະທ້ອນຈາກພາຍຸຕ້ອງທັນການ, ຮັບປະກັນທຸກໆຄົນລ້ວນແຕ່ໄດ້ຕ້ອນຮັບບຸນເຕັດຢ່າງອົບອຸ່ນ:
“ຈັດແບ່ງພະນັກງານໄປກວດກາເຂດທີ່ປະຊາຊົນພວມແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ. ສຳລັບບັນດາຄອບຄົວທີ່ພວມສ້ອມແປງນັ້ນ ຕ້ອງໄປລະດົມ, ແບ່ງປັນ, ສົ່ງເສີມເຂົາເຈົ້າສຸມໃສ່ເຮັດ”
ໃນຂະນະນັ້ນ, ຕອນຄ່ຳວັນທີ 26 ມັງກອນ, ຢູ່ເມືອງຊາຍແດນ ຈູ່ງແຄ໋ງ ແລະ ຮ້າລາງ, ແຂວງ ກາວບັ່ງ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ລະດູບານໃໝ່ເຂດຊາຍແດນປີ 2018”.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ
