ເມື່ອຕອບສຳພາດຕໍ່ໜັງສືພິມ The Telegraph (ອັງກິດ), ທ່ານ Donald Trump ເວົ້າວ່າ ເລື່ອງ ອາເມລິກາ ຖອນຕົວອອກຈາກພັນທະມິດດ້ານການທະຫານນີ້ ປະຈຸບັນ “ເກືອບຄືວ່າໄດ້ຕັດສິນໃຈແລ້ວ”, ພ້ອມກັນນັ້ນກໍ່ຕຳໜິຕິຕຽນບັນດາສຳພັນທະມິດທີ່ບໍ່ໜູນຊ່ວຍ “ການແກ້ໄຂເປີດ” ຊ່ອງແຄບທະເລ ຮໍມຸດ. ທ່ານຕຳໜິຕິຕຽນບັນດາປະເທດສະມາຊິກ ນາໂຕ ທີ່ມີການກະທຳທີ່ບໍ່ສົມກັບຄຳໝັ້ນສັນຍາຂອງ ອາເມລິກາ ແລະ ເນັ້ນໜັກວ່າ ວໍຊິງຕັນ ເຄີຍໜູນຊ່ວຍບັນດາສຳພັນທະມິດໃນຫຼາຍກໍລະນີ.
ທ່ານປະທານາທິບໍດີ Donald Trump ກໍ່ຕຳໜິຕິຕຽນລັດຖະບານ ອັງກິດ, ເຊິ່ງເປັນສຳພັນທະມິດສຳຄັນທີ່ສຸດຂອງ ອາເມລິກາ ຢູ່ ເອີລົບ, ຍ້ອນບໍ່ເຂົ້າຮ່ວມບັ້ນການທະຫານຕ້ານ ອີຣານ. ເພື່ອຕອບຄືນບັນດາຄຳຖະແຫຼງຂອງທ່ານ Donald Trump, ທ່ານ Keir Starmer, ນາຍົກລັດຖະມົນຕີ ອັງກິດ ໄດ້ຢຶນຢັນຄືນໃໝ່ການສະໜັບສະໜູນ ນາໂຕ, ແຕ່ກໍ່ຖະແຫຼງຈະຊອກຫາການພົວພັນຢ່າງແໜ້ນແຟ້ນກວ່າກັບບັນດາປະເທດ ເອີລົບ ເພື່ອຮັບມືກັບການພົວພັນທີ່ພວມຮ້າຍແຮງຂຶ້ນກັບ ວໍຊິງຕັນ.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ