ທ່ານ Lin Jian ໂຄສົກກະຊວງການຕ່າງປະເທດ ຈີນ (ພາບ: TTXVN)

ວັນທີ 29 ຕຸລາ, ທ່ານ Lin Jian ໂຄສົກກະຊວງການຕ່າງປະເທດ ຈີນ ສະແດງການຄັດຄ້ານຕໍ່ຂໍ້ກຳນົດສະບັບຫຼ້າສຸດຂອງ ອາເມລິກາກ່ຽວກັບການຈຳກັດການລົງທຶນເລັ່ງໃສ່ ປັກກິ່ງ. ໃນຖະແຫຼງການຢູ່ກອງປະຊຸມຖະແຫຼງຂ່າວປະຈຳໄຕມາດ, ທ່ານ Lin Jian ເນັ້ນໜັກວ່າ ຈີນ ຄັດຄ້ານ ອາເມລິກາ ແລະ ຈະປະຕິບັດທຸກມາດຕະການທີ່ຈຳເປັນເພື່ອປົກປ້ອງບັນດາສິດ ແລະ ຜົນປະໂຫຍດອັນຊອບທຳຂອງຈີນ ຢ່າງໝັ້ນແກ່ນ. ຖະແຫຼງການດັ່ງກ່າວໄດ້ຍົກອອກມາພາຍຫຼັງ ລັດຖະບານ ອາເມລິກາ ປະກາດ ຊຸດຂໍ້ກຳນົດສະບັບສຸດທ້າຍ ເພື່ອຄວບຄຸມການເຄື່ອນໄຫວລົງທຶນຂອງປະເທດນີ້ເຂົ້າບັນດາຂົງເຂດປັນຍາປະດິດ (AI), ເຄິ່ງຊັກນຳໄຟຟ້າ ແລະ ເຕັກໂນໂລຢີອື່ນໆຢູ່ຈີນ. ຕາມກະຊວງການເງິນ ອາເມລິກາແລ້ວ, ບັນດາຂໍ້ກຳນົດໃໝ່ນີ້ມີຜົນສັກສິດແຕ່ວັນທີ 2 ມັງກອນ 2025, ເພື່ອແນໃສ່ປະຕິບັດລັດຖະບັນຍັດໂດຍທ່ານປະທານາທິບໍດີ Joe Biden ເຊັນເມື່ອເດືອນສິງຫາ 2023. ຂໍ້ກຳນົດໃໝ່ນີ້ສຸມໃສ່ເຂົ້າ 3 ຂົງເຂດ: ເຄິ່ງຊັກນຳໄຟຟ້າ ແລະ microchip, ເຕັກໂນໂລຢີຂໍ້ມູນຂ່າວສານ quantum ແລະ ປັນຍາປະດິດ.