ການເຕີບໂຕຄືນໃໝ່ທັງດ້ານປະລິມານ ແລະ ຈຳນວນໃບຊັ່ງຊື້ສິນຄ້າໃໝ່
(ພາບປະກອບ: TTXVN)

ພາຍຫຼັງຖືກຕັດຕອນຍ້ອນຜົນສະທ້ອນຈາກພາຍຸ Yagi, ຂະແໜງຜະລິດຂອງ ຫວຽດນາມ ໄດ້ເລີ່ມຟື້ນຟູໃນເດືອນ ຕຸລາ 2024, ຂະນະໄດ້ຮັບຮູ້ທັງປະລິມານ ແລະ ຈຳນວນໃບສັ່ງຊື້ສິນຄ້າໃໝ່ໄດ້ເພີ່ມຂຶ້ນຄືນໃໝ່. ດັດຊະນີນັກຄຸ້ມຄອງຊື້ສິນຄ້າ (PMI) ຂະແໜງຜະລິດ ຫວຽດນາມ ຂອງບໍລິສັດການເງິນ S&P Global ຮັບຮູ້ໝາກຜົນບັນລຸ 51,2 ຄະແນນໃນເດືອນ ຕຸລາ, ເພີ່ມຂຶ້ນຫຼາຍພໍສົມຄວນເມື່ອທຽບໃສ່ລະດັບ 47,3 ຄະແນນຂອງເດືອນ ກັນຍາ.

ຕາມການສຳຫຼວດຂອງ S&P Global, ບັນດາເງື່ອນໄຂດຳເນີນທຸລະກິດມາຮອດປະຈຸບັນໄດ້ຮັບການປົວແປງ. ໃນນັ້ນ, ໜ້າສົນໃຈແມ່ນການເຕີບໂຕຄືນໃໝ່ທັງດ້ານປະລິມານ ແລະ ຈຳນວນໃບຊັ່ງຊື້ສິນຄ້າໃໝ່ ເມື່ອວິວັດການຟື້ນຟູຫຼັງພາຍຸພວມດຳເນີນໄປ.

ຕີລາຄາກ່ຽວກັບດັດຊະນີ PMI ຂະແໜງຜະລິດ ຫວຽດນາມ ໃນງວດ, ທ່ານ Andrew Harker, ຫົວໜ້າເສດຖະກິດຢູ່ S&P Global Market Intelligence ຖືວ່າ, ຂໍ້ມູນຕົວເລກໃນເດືອນ ຕຸລາ ໄດ້ຊີ້ໃຫ້ເຫັນການຟື້ນຟູພາຍຫຼັງຖືກຕັດຕອນຍ້ອນພາຍຸ Yagi ກໍ່ຂຶ້ນໃນເດືອນ. ເຖິງຢ່າງໃດກໍ່ຕາມ, ມີວິສາຫະກິດຈຳນວນໜຶ່ງຍັງຖືກຜົນສະທ້ອນຈາກພາຍຸຢູ່, ຈາກນັ້ນ, ລະດັບການເຕີບໂຕກໍ່ຖືກຈຳກັດ. ສະນັ້ນ, ຕະຫຼາດກໍ່ຫວັງວ່າ ຈະເຫັນປະຈັກຕາການເຕີບໂຕ ເມື່ອມີຫຼາຍນັກຜະລິດເຄື່ອນໄຫວຄືນໃໝ່ດ້ວຍສະມັດຕະພາບສູງສຸດໃນທ້າຍປີ.