ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ວາງພວງມາລາ, ຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານພິເສດ ກຳແພງເກົ່າ ກວ໋າງຈິ (ພາບ: VOV)

ຕອນບ່າຍວັນທີ 15 ຕຸລາ, ໃນການເດີນທາງໄປປະຕິບັດງານຢູ່ແຂວງ ກວ໋າງຈິ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ໄປວາງພວງມາລາ, ຖະຫວາຍທູບທຽນຢູ່ເຂດປູຊະນີຍະສະຖານພິເສດ ກຳແພງເກົ່າ ກວ໋າງຈິ; ຈູດທູບທຽນ, ວາງພວງມາລາອາໄລຫາບັນດານັກຮົບວິລະຊົນຢູ່ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງຫຼວງເລກ 9 ແລະ ເຂດສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດເຈື່ອງເຊີນ ແລະ ຈູດທູບທຽນອາໄລຫາທ່ານເລຂາທິການໃຫຍ່ ເລຢວັນ, ການນຳຜູ້ດີເລີດຂອງຊາດ, ນັກຮົບຜູ້ອົງອາດກ້າແກ່ນຂອງຂະບວນການຄອມມູນິດ ແລະ ກຳມະກອນສາກົນ, ນັກຮຽນຜູ້ດີເລີດຂອງປະທານ ໂຮ່ຈີມິນ, ລູກຮັກດີເດັ່ນຂອງແຂວງ ກວ໋າງຈິ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ໄດ້ສະຫງວນ 1 ນາທີກົ້ມຫົວເຄົາລົບນັບຖືຖະຫວາຍດອກໄມ້, ທູບທຽນອາໄລຫາ, ສະແດງຄວາມຮູ້ບຸນຄຸນຕໍ່ຄຸນງາມຄວາມດີອັນຍິ່ງໃຫຍ່ຂອງບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອເອກະລາດ, ເສລີພາບຂອງປະເທດຊາດ ແລະ ຄວາມຜາສຸກຂອງປະຊາຊົນ.