ພາບປະກອບ: AFP/TTXVN

ສະຫະພາບເອີລົບ (EU) ບັນລຸໄດ້ບາດກ້າວຄືບໜ້າທີ່ດີພໍສົມຄວນໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດ ເມື່ອການປ່ອຍອາຍພິດເຮືອນແກ້ວຫຼຸດລົງ 8% ໃນປີ 2023. ນີ້ແມ່ນລະດັບຫຼຸດລົງຫຼາຍທີ່ສຸດໃນຫຼາຍທົດສະວັດຜ່ານມາ. ຕາມບົດລາຍງານສະບັບຫຼ້າສຸດຂອງອົງການສິ່ງແວດລ້ອມ ເອີລົບ (EEA) ທີ່ປະກາດໃນວັນທີ 31 ຕຸລາ, ການປ່ອຍອາຍພິດເຮືອນແກ້ວໃນປີ 2023 ໄດ້ຕ່ຳກ່ວາ 37%ເມື່ອທຽບໃສ່ກັບຊຸມປີ90 ຂອງສະຕະວັດກ່ອນ. ຄວາມຄືບໜ້າທີ່ບັນລຸໄດ້ສ່ວນຫຼາຍກໍ່ອີງຕາມການຫລຸດຜ່ອນນຳໃຊ້ຖ່ານຫີນ, ແຫຼ່ງພະລັງງານຟອກຊິວທີ່ກໍ່ມົນລະພິດສິ່ງແວດລ້ອມອັນດັບຕົ້ນໆ ແລະ ການເຕີບໂຕຢ່າງແຮງຂອງບັນດາແຫຼ່ງພະລັງງານທົດແທດຄື ພະລັງງານແສງຕາເວັນ ແລະ ພະລັງງານແຮງລົມ. ອັດຕາສ່ວນພະລັງງານທົດແທນໃນການຊົມໃຊ້ພະລັງງານຢູ່ເອີລົບໄດ້ເພີ່ມຂຶ້ນແຕ່ 10,2%ໃນປີ 2005 ຂຶ້ນເຖິງ 24%ໃນປີ 2023. ໄປຄຽງຄູ່ກັນນັ້ນ, ເລື່ອງ ປະຊາຊົນ ແລະ ວິສາຫະກິດເອີລົບນຳໃຊ້ພະລັງງານແບບປະຢັດ ກໍ່ປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນຜົນສຳເລັດນີ້.