ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີລົບ ແລະ ທ່ານ Keir Starmer ນາຍົກລັດຖະມົນຕີ ອັງກິດ (ພາບ: AA/TTXVN) |
ພາຍຫຼັງອັງກິດປ່ອນບັດຖອນຕົວອອກຈາກ EU ໃນປີ 2016, ສອງຝ່າຍໄດ້ເຊັນຂໍ້ຕົກລົງທາງການຄ້າສຳຄັນທີ່ມີຜົນສັກສິດໃນປີ 2021. ນັບແຕ່ເວລາຂຶ້ນກຳອຳນາດໃນເດືອນກໍລະກົດ, ລັດຖະບານ ຂອງນາຍົກລັດຖະມົນຕີ Keir Starmer ຊອກຫາວິທີສ້າງການເລີ່ມຕົ້ນໃໝ່ກັບ EU ພາຍຫຼັງການຖອນຕົວອອກຈາກ EU ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກ. ສອງຝ່າຍໄດ້ປະຕິບັດສຳເລັດການເຈລະຈາເພື່ອອະນຸຍາດໃຫ້ອົງການແກ້ງແຍ້ງຂອງອັງກິດ, ຄະນະກຳມະການເອີລົບ (EC) ແລະ ບັນດາອົງການຕ້ານການຜູກຂາດຢູ່ແຕ່ລະປະເທດສະມາຊິກ EU ຮ່ວມມືກັນໃນການສືບສວນ.

