ການປຶກສາຫາລືຢູ່ວາລະປະຊຸມ (ພາບ: VOV)

ເມື່ອເຂົ້າຮ່ວມການປຶກສາຫາລືຢູ່ວາລະປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໃຫ້ຂໍ້ສັງເກດວ່າ ຄວາມຮັບຜິດຊອບຊຸກຍູ້ ແລະ ຮັກສາອຳນາດກົດໝາຍຢູ່ທຸກລະດັບຕ້ອງໄດ້ຮັບການຮ່ວມແຮງຮ່ວມໃຈຈາກທຸກປະເທດສະມາຊິກ ສປຊ. ນີ້ແມ່ນຂໍ້ກຸນແຈເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ, ເພີ່ມທະວີຄຳໝັ້ນສັນຍາ ແລະ ປັບປຸງລັດທິຫຼາຍຝ່າຍ.

ທ່ານເອກອັກຄະລັດຖະທູດ ດັ້ງຮວ່າງຢາງ ຢັ້ງຢືນວ່າ ສືບຕໍ່ວິວັດທະນາການເຂົ້າຮ່ວມບັນດາເວທີປາໄສນິຕິທຳສາກົນຢ່າງຕັ້ງໜ້າໃນໄລຍະຜ່ານມາ, ຫວຽດນາມ ໄດ້ສະເໜີສະຫາຍນາງ ປອ. ຫງວຽນລານແອັງ, ຫົວໜ້າສະຖາບັນທະເລຕາເວັນອອກກາງ ສະໝັກເລືອກຕັ້ງເຂົ້າເປັນສະມາຊິກສານກົດໝາຍວ່າດ້ວຍທະເລສາກົນ (ITLOS) ອາຍຸການ 2026 – 2035 ດ້ວຍຄວາມປາດຖະໜາ ຢາກສືບຕໍ່ປະກອບສ່ວນຫຼາຍກວ່າເຂົ້າໃນຄວາມມານະພະຍາຍາມປັບປຸງອຳນາດກົດໝາຍໃນຂອບເຂດທົ່ວໂລກ.

ຟ້າມຮວັນ, ນັກຂ່າວ VOV ປະຈຳ ອາເມລິກາ