ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລີມ ແລະ ທ່ານປະທານາທິບໍດີມົງໂກນ Ukhnaagiin Khurelsukh |
ທີ່ການເຈລະຈາ, ການນຳສອງປະເທດ ມີຄວາມພໍໃຈຕໍ່ການພັດທະນາຢ່າງແທດຈິງ ແລະ ມີປະສິດທິຜົນຂອງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ ແລະ ມົງໂກນ. ບົນພື້ນຖານບັນດາຜົນງານທີ່ບັນລຸໄດ້ໃນການພົວພັນ 2 ຝ່າຍ ແລະ ຄວາມເຊື່ອໝັ້ນໃນອະນາຄົດ, ການນຳສອງປະເທດໄດ້ພ້ອມກັນຖະແຫຼງປະກາດສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ມົງໂກນ, ເປີດໄລຍະໃໝ່ໃນການພົວພັນລະຫວ່າງສອງປະເທດໄລຍະຈະມາເຖິງ.
ການນຳ 2 ທ່ານຍັງໄດ້ປຶກສາຫາລື ແລະ ບັນລຸໄດ້ລະດັບຄວາມຮັບຮູ້ກ່ຽວກັບທິດທາງສະເພາະເພື່ອຜັນຂະຫຍາຍປະຕິບັດບັນດາຂໍ້ຕົກລົງຮ່ວມມືຂອງ ການນຳ ຂັ້ນສູງ, ໃນນັ້ນ ການຮ່ວມມືດ້ານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນເສົາຄ້ຳ; ເຫັນດີເພີ່ມທະວີການພົບປະແລກປ່ຽນ ແລະ ການພົວພັນກັບຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນ; ຜັນຂະຫຍາຍບັນດາກົນໄກຮ່ວມມື ແລະ ການສົນທະນາທີ່ມີຢູ່ແລ້ວ; ຊຸກຍູ້ການຮ່ວມມືທາງການທູດ, ຄວາມໝັ້ນຄົງ ແລະ ຕຸລາການ; ສືບຕໍ່ຮ່ວມມື ແລະ ເຂົ້າຮ່ວມບັນດາການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ…
ສິ້ນສຸດການເຈລະຈາ, ການນຳ 2 ທ່ານ ໄດ້ອອກຖະແຫຼງການຮ່ວມຫວຽດນາມ-ມົງໂກນ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ເພື່ອແນໃສ່ຮັດແໜ້ນການພົວພັນຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານ.
ການນຳສອງປະເທດໄດ້ເປັນສັກຂີພິຍານພິທີລົງນາມບົດບັນທຶກຊ່ວຍຈຳການຮ່ວມມືລະຫວ່າງກະຊວງຄົມມະນາຄົມຂົນສົ່ງຫວຽດນາມ ແລະ ກະຊວງຄົມມະນາຄົມມົງໂກນ |
ກໍໃນຕອນບ່າຍຂອງວັນດຽວກັນນີ້, ພາຍຫຼັງການເຈລະຈາ, ທ່ານເລຂາທິການໃຫຍ່, ປະທານປະເທດໂຕເລີມ ແລະ ທ່ານປະທານາທິບໍດີມົງໂກນ Ukhnaagiin Khurelsukh ໄດ້ເປັນສັກຂີພິຍານພິທີລົງນາມເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ຂອງສອງປະເທດ ຫວຽດນາມ - ມົງໂກລີ.


