ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ(ພາບ: TTXVN)
|
ໃນລະຫວ່າງວັນທີ 10 – 11 ມີນາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ໄດ້ຈັດພິທີໄຂ ແລະ ວາລະປຶກສາຫາລືລວມ ກອງປະຊຸມຊຸດທີ 69 ຂອງຄະນະກຳມະການຖານະທີ່ຕັ້ງແມ່ຍິງ ຂອງສະພາເສດຖະກິດ - ສັງຄົມ ສະຫະປະຊາຊາດ.
ກ່າວຄຳເຫັນທີ່ພາກທຳອິດໃນວາລະປຶກສາຫາລືທີ່ສະຫງວນໃຫ້ບັນດາປະເທດສະມາຊິກສະຫະປະຊາຊາດ ໃນວັນທີ 11 ມີນາ, ທ່ານນາງ ຫງວຽນທິແທັງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ສະເໜີ 3 ຂົງເຂດໃຫ້ບຸລິມະສິດໃນວຽກງານສ້າງຄວາມສະເໝີພາບລະຫວ່າງຍິງ - ຊາຍ. ທີໜຶ່ງແມ່ນ, ສ້າງລະບອບລະບຽບການ, ກົດໝາຍ ແລະ ນະໂຍບາຍໃຫ້ສົມບູນແບບ ເພື່ອຊຸກຍູ້ການເຂົ້າຮ່ວມຢ່າງສະເໝີພາບຂອງແມ່ຍິງ, ພິເສດແມ່ນໃນວິວັດການອອກຂໍ້ຕົກລົງໃນທຸກຂົງເຂດ. ທີ 2 ແມ່ນ, ເພີ່ມສິດເສດຖະກິດຂອງແມ່ຍິງ ຜ່ານການຍູ້ແຮງການຮ່ວມມືພາກລັດ - ເອກະຊົນ ເພື່ອລະດົມທຸກແຫຼ່ງກຳລັງໃນສັງຄົມໃຫ້ມີປະສິດທິຜົນເພື່ອໜູນຊ່ວຍແມ່ຍິງສຳພັດກັບການເງິນ, ຕະຫຼາດ, ເຂົ້າຮ່ວມການປະດິດຄິດສ້າງ, ເລີ່ມຕົ້ນທຸລະກິດ ແລະ ພັດທະນາເສດຖະກິດດີຈີຕອນ, ເສດຖະກິດສີຂຽວ ແລະ ເຂົ້າຮ່ວມຕະຫຼາດແຮງງານຢ່າງສະເໝີພາບ. ທີ 3 ແມ່ນ, ເພີ່ມທະວີການເຂົ້າຮ່ວມ, ການປະກອບສ່ວນ ແລະ ນຳໜ້າຂອງແມ່ຍິງໃນບັນດາຂົງເຂດກ່ຽວຂ້ອງເຖິງວິທະຍາສາດ, ເຕັກໂນໂລຊີ, ເຕັກນິກ, ຄະນິດສາດ (STEM), ນະວັດຕະກຳ, ການຫັນເປັນດີຈີຕອນ, ຄົ້ນຄວ້າການສ້າງບັນດາຮູບແບບລະບົບຊີວະພາບ STEM.
ແບ່ງປັນກ່ຽວກັບບັນດາຜົນງານ ແລະ ຄວາມມານະພະຍາຍາມພົ້ນເດັ່ນຂອງ ຫວຽດນາມ, ທ່ານນາງຮອງປະທານສະພາແຫ່ງຊາດ ຢືນຢັນວ່າ, ຫວຽດນາມ ຈະສືບຕໍ່ເປັນເຈົ້າການ, ຕັ້ງໜ້າປະກອບສ່ວນເຂົ້າໃນຄວາມມານະພະຍາຍາມລວມ ເພື່ອພາລະກິດສ້າງຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ໃນຂອບເຂດທົ່ວໂລກ.

