ເມື່ອຕອບສຳພາດກ່ອນການເດີນທາງໄປຢ້ຽມຢາມທາງລັດຖະກິດປະເທດ ຈີນ ຢ່າງເປັນທາງການຂອງທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ, ທ່ານ ຟ້າມແທັງບິ່ງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຈີນ ໃຫ້ຮູ້ວ່າ ບັນດາຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນຳ 2 ປະເທດໃນຂອບເຂດການຢ້ຽມຢາມ ຈະສວມບົດບາດກຳນົດທິດຍຸດທະສາດຢ່າງເລິກເຊິ່ງຕໍ່ທ່າອ່ຽງພັດທະນາຂອງການພົວພັນ 2 ພັກ, 2 ລັດ ໃນໄລຍະຈະມາເຖິງ.
ຕາມທ່ານເອກອັກຄະລັດຖະທູດ ຟ້າມແທັງບິ່ງ ແລ້ວ, ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພາຍຫຼັງທີ່ ຫວຽດນາມ ບູລະນະບັນດາຕຳແໜ່ງການນຳລັດ ທີ່ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 16, ແລະກໍ່ແມ່ນການເຄື່ອນໄຫວພົວພັນຕ່າງປະເທດຂັ້ນສູງສຳຄັນສືບຕໍ່ບັນດາການຢ້ຽມຢາມຄັ້ງປະຫວັດສາດຂອງການນຳຂັ້ນສູງ 2 ພັກ, 2 ລັດໃນໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດ ຟ້າມແທັງບິ່ງ ເນັ້ນໜັກວ່າ:
“ບັນດາຄວາມຮັບຮູ້ລວມທີ່ບັນລຸໄດ້ລະຫວ່າງການນຳຂັ້ນສູງ 2 ປະເທດໃນຂອບເຂດການຢ້ຽມຢາມຄັ້ງນີ້ ຈະສວມບົດບາດກຳນົດທິດຍຸດທະສາດຢ່າງເລິກເຊິ່ງຕໍ່ທ່າອ່ຽງພັດທະນາຂອງການພົວພັນລະຫວ່າງ 2 ພັກ, 2 ລັດ ໃນໄລຍະຈະມາເຖິງ.”
