ຕອນເຊົ້າວັນທີ 11 ເມສາ (ຕາມເວລາທ້ອງຖິ່ນ), ທ່ານ ເຈິ່ນແທັງເໝີ້ນ, ປະທານສະພາແຫ່ງຊາດ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດສະໜາມບິນ Ciampino, ນະຄອນຫຼວງ ໂຣມ, ເລີ່ມຕົ້ນການຢ້ຽມຢາມ ສ.ອີຕາລີ ຢ່າງເປັນທາງການ, ແຕ່ວັນທີ 11 – 15 ເມສາ.
ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ມີບັນດາການພົບປະຂັ້ນສູງ, ລວມມີ: ການພົບປະສົນທະນາກັບທ່ານ Sergio Mattarella, ປະທານາທິບໍດີ ອີຕາລີ; ໂອ້ລົມເຈລະຈາກັບການນຳສະພາຕ່ຳ, ສະພາສູງ ອີຕາລີ; ພົບປະ, ເຮັດວຽກກັບກຸ່ມສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ - ອີຕາລີ; ເຂົ້າຮ່ວມການໂອ້ລົມສົນທະນາວິສາຫະກິດ ຫວຽດນາມ - ອີຕາລີ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ຝ່າຍກວດກາ ແລະ ກຳນົດທິດສ້າງຂອບນິຕິກຳໃຫ້ສົມບູນແບບ, ສ້າງພື້ນຖານທີ່ສະດວກໃຫ້ແກ່ການເປີດກວ້າງການຮ່ວມມື 2 ຝ່າຍ, ຍົກລະດັບການພົວພັນໃນໄລຍະຈະມາເຖິງ.
