ວັນ​ທີ 10 ເມ​ສາ, ທ່ານ ມາຍ​ຟານ​ຢຸງ, ເອ​ກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ ຫວຽດ​ນາມ ຢູ່​ຂ້າງ​ອົງ​ການ​ການ​ຄ້າ​ໂລກ (WTO) ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາງ Ngozi Okonjo-Iweala, ຜູ້​ອຳ​ນວຍ​ການ​ໃຫຍ່ WTO, ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ກຳ​ນົດ​ທິດ​ວຽກ​ງານ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຂອງ​ອົງ​ການ, ກໍ່​ຄື​ຢືນ​ຢັນ​ຄືນ​ໃໝ່​ການ​ສະ​ໜັບ​ສະ​ໜູນ​ຂອງ ຫວຽດ​ນາມ ຕໍ່​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ.

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາຍ​ຟານ​ຢຸງ ຢືນ​ຢັນ​ຄືນ​ໃໝ່​ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ຫວຽດ​ນາມ ແລະ ຍາມ​ໃດ ຫ​ວຽດ​ນາມ ກໍ່ເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ WTO, ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ, ວາ​ລະ​ປຶກ​ສາ​ຫາ​ລື ແລະ ເຫດ​ການ​ຢູ່ນອກກອງ​ປະ​ຊຸມ​ຢ່າງ​ຄ​ົບ​ຖ້ວນ. ສຳ​ລັບ ຫວຽດ​ນາມ, WTO ສືບ​ຕໍ່​ຮັກ​ສາ​ບົດ​ບາດ​ສຳ​ຄັນ​ພິ​ເສດ​ໃນ​ການ​ສ້າງ​ບັນ​ດ​າ​ຫຼັກ​ການ​ການ​ຄ້າ​ໃຫ້​ມີ​ສະ​ຖຽນ​ລະ​ພາບ, ອາດ​ສາ​ມາດ​ຄາດ​ຄ​ະ​ເນ​ໄດ້ ແລະ ມີ​ຄວາມ​ຍຸ​ຕິ​ທຳ, ຜ່ານນັ້ນ ກໍ່ປະ​ກອບ​ສ່ວນ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ສະ​ມາ​ຊິກ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ປະ​ເທດ​ພວມ​ພັດ​ທະ​ນາ.

ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ມາຍ​ຟານ​ຢຸງ ໄດ້​ແຈ້ງ​ໃຫ້​ທ່ານ ນາງ Ngozi Okonjo-Iweala ຊາບ​ເລື່ອງ ຫວຽດ​ນາມ ຕົກ​ລົງ​ເຂົ້າ​ຮ່ວມ​ສັນ​ຍາ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ເປີດກວ້າງ (ITA2) ຢ່າງ​ເປັນ​ທາງ​ການ.