ເນື່ອງໃນໂອກາດບຸນປີໃໝ່ຂອງລາວ ແລະ ບຸນປີໃໝ່ “Chol Chnam Thmey” ຂອງ ກຳປູເຈຍ, ຫວ່າງແລ້ວນີ້, ວັນທີ 10 ເມສາ, ທ່ານ ໂດ້ຮຸ່ງຫວຽດ, ເອອັກຄະລັດທູດ, ຫົວໜ້າ​​ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ ພ້ອມກັບບັນດາອົງການຜູ້ຕາງ້າ ຫວຽດນາມ ປະຈຳ ນິວຢອກ, ອາເມລິກາ ໄດ້ໄປອວຍພອນບັນດາຄະນະຜູ້ຕາງໜ້າຂອງ ລາວ ແລະ ລາຊະອານາຈັກ ກຳປູເຈຍ ປະຈຳສະຫະປະຊາຊາດ.

ຢູ່ສຳນັກງານຄະນະຜູ້ຕາງໜ້າຂອງ ລາວ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ສະແດງຄວາມປິຕິຊົມຊື່ນຕໍ່ການພັດທະນາສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ. ສ່ວນທ່ານ ທອງຜ່ານ ສະຫວັນເພັດ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຂອງ ລາວ ປາດຖະໜາວ່າ 2 ປະເທດຈະສືບຕໍ່ເພີ່ມທະວີການຮ່ວມມື, ໜູນຊ່ວຍເຊິ່ງກັນແລະກັນເພື່ອຮັກສາການເຕີບໂຕ ແລະ ຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃນສະພາບການທີ່ສາກົນມີການຜັນແປຢ່າງສັບສົນ.

ທີ່ຄະນະຜູ້ຕາງໜ້າ ກຳປູເຈຍ, ທ່ານເອກອັກຄະລັດຖະທູດ ໂດ້ຮຸ່ງຫວຽດ ຕີລາຄາູງບັນດາຜົນງານໃນທຸກດ້ານເຊິ່ງປະຊາຊົນ ກຳປູເຈຍ ຍາດມາໄດໃນໄລຍະຜ່ານມາ ແລະສະແດງຄວາມເຊື່ອໝັ້ນວ່າ ລາຊະອານາຈັກ ກປູເຈຍ ຈະສືບຕໍ່ພັດທະນາຢ່າງແຂງແຮງ, ວັດທະນາຖາວອນ.