ທີ່ການໂອ້ລົມສົນທະນາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ປາດຖະໜາວ່າ ສັນຕະປະປາ ແລະ ສຳນັກ ວາຕີກັງ ຈະສືບຕໍ່ເອົາໃຈໃສ່, ປັບປຸງຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນຢ່າງເລິກເຊິ່ງກວ່າເກົ່າ, ມຸ່ງໄປເຖິງການຍົກລະດັບການພົວພັນລະຫວ່າງ ຫວຽດນາມ ແລະ ສຳນັກ ວາຕີກັງ ໃຫ້ຂຶ້ນສູ່ໄລຍະພັດທະໃໝ່; ທ່ານຢືນຢັນວ່າ ຫວຽດນາມ ຍາມໃດກໍ່​​ສ້າງເງື່ອນໄຂສະດວກເພື່ອໃຫ້ພໍ່ແມ່ຊາວຄຼິດ ໄດ້ຢູ່ໃນສິນ, ກິນໃນທຳ. ພ້ອມກັນນັ້ນ, ສະພາແຫ່ງຊາດ ຫວຽດນາມ ກໍ່ໄດ້ສ້າງລະບົບກົດໝາຍໃຫ້ສົມບູນແບບຢ່າງບໍ່ຢຸດຢັ້ງ, ສ້າງເງື່ອນໄຂສະດວກໃຫ້ແກ່ບັນດາສາສະໜາ, ໃນນັ້ນມີຊາວຄຼິດ ເຄື່ອນໄຫວ ແລະ ພັດທະນາຕາຂໍ້ກຳນົດຂອງລັດຖະທຳມະນູນ ແລະ ກົດໝາຍ.

ສ່ວນສັນຕະປະປາ Leo XIV ປາຖະໜາວ່າ 2 ຝ່າຍຈະເພີ່ມທະວີບັນດາການແລກປ່ຽນ, ພົບປະຫຼາຍຂຶ້ນ ເພື່ອນຳການພົວພັນລະຫວ່າງ ຫວຽດນາມ - ສຳນັກ ວາຕີກັງ ໃຫ້ພັດທະນານັບມື້ນັບເລິກເຊິ່ງ, ກວ້າງວາງ, ຕອບສະໜອງຜົນປະໂຫຍດລວມ ແລະ ຄວາມມຸ່ງຫວັງຂອງປະຊາຄົມຊາວຄຼິດ.