|
(ພາບ: REUTERS/Stoyan Nenov)
|
ໃນການໂອ້ລົມທາງໂທລະສັບກັບທ່ານ Steve Witkoff ແລະ Jared Kushner ທູດພິເສດ ອາເມລິກາ, ວັນທີ 16 ຕຸລາ, ທ່ານ Ron Dermer ລັດຖະມົນຕີບັນດາບັນຫາຍຸດທະສາດ ອິດສະຣາແອັນ ໄດ້ກ່າວຫາ ຮາມາດສ ຕັ້ງໃຈບໍ່ມອບສົ່ງຊາກສົບບັນດາຕົວປະກັນທີ່ໄດ້ເສຍຊີວິດແລ້ວ ໃຫ້ຝ່າຍ ອິດສະຣາແອັນ, ລະເມີດຄຳໝັ້ນສັນຍາໃນຂໍ້ຕົກລົງຢຸດຍິງໄລຍະທີ 1. ກໍໃນວັນດຽວກັນ, ທ່ານ Gideon Sa’ar ລັດຖະມົນຕີການຕ່າງປະເທດ ອິດສະຣາແອັນ ກໍຖືວ່າ ຮາມາດສ ສາມາດມອບສົ່ງຊາກສົບຂອງຕົວປະກັນໄດ້ຕື່ມອີກ, ແຕ່ຕັ້ງໃຈບໍ່ປະຕິບັດ. ບັນດາຖະແຫຼງການດັ່ງກ່າວຂອງຝ່າຍ ອິດສະຣາແອັນພວມ ເຮັດໃຫ້ເກີດມີຄວາມວິຕົກກັງວົນກ່ຽວກັບຄວາມເຄັ່ງຕຶງຢູ່ເຂດ ກາຊາ ມີຄວາມສ່ຽງເພີ່ມຂຶ້ນຄືນອີກ.
ຕາມຝ່າຍ ອິດສະຣາແອັນ, ໄລ່ມາຮອດປັດຈຸບັນ, ຮາມາດສ ຫາກໍ່ມອບສົ່ງຊາກສົບຂອງຕົວປະກັນ 9 ຄົນໃນຈຳນວນ 28 ຄົນ ທີ່ເສຍຊີວິດຢູ່ເຂດ ກາຊາ ຕາມຄຳໝັ້ນສັນຍາ. ສ່ວນການມອບສົ່ງຊາກສົບຂອງຈຳນວນຕົວປະກັນທີ່ຍັງເຫຼືອນັ້ນ ແມ່ນຍັງບໍ່ທັນໄດ້ຮັບການຢັ້ງຢືນເທື່ອ ແລະ ນີ້ແມ່ນການລະເມີດຂໍ້ຕົກລົງຢຸດຍິງ.
ເຖິງຢ່າງໃດກໍຕາມ, ຕາມການຕີລາຄາຂອງນັກຊ່ຽວຊານຫຼາຍທ່ານ ແລະ ບັນດາອົງການຈັດຕັ້ງສາກົນແລ້ວ, ເລື່ອງຊອກຫາ ແລະ ເກັບກູ້ຊາກສົບຂອງຕົວປະກັນໃນສະພາບພື້ນຖານໂຄງລ່າງຢູ່ທົ່ວເຂດ ກາຊາ ຖືກມ້າງເທທຳລາຍຢ່າງຮ້າຍແຮງ ພາຍຫຼັງ 2 ປີທີ່ເກີດສົງຄາມນັ້ນ ແມ່ນສິ່ງທ້າທາຍທີ່ສຸດ.
ບ໊າທີ - ນັກຂ່າວ VOV ປະຈຳ ອີຢິບ
