ໃນສະພາບການທະກັນຢູ່ ຕາເວັນອອກກາງ ສືບຕໍ່ເພີ່ມຂຶ້, ວັນທີ 05 ເມສາ, ທ່ານ ວາງອີ, ລັດຖະມົນຕີການຕ່າງປະເທດ ຈີນ ໄດ້ສົນ​ທະ​ນາທາງໂທລະສັບກັບທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ. 2 ຝ່າຍໄດ້ເນັ້ນໜັກວ່າ ໃນ​ຖາ​ນະເປັນຜູປະຈຳການສະພາຄວາມໝັ້ນຄົງສະປະຊາຊາດ, ຈີນ ແລະ ລັດເຊຍ ລ້ວນແຕ່ສະແດງໃຫ້ເຫັນຄວາມຍຸຕິທຳ, ພາວະວິໄສໃນບັນດາບັນຫາ​ທີ່ມີລັກສະນະຫຼັກການ.

ຕາມທ່ານລັດຖະມົນຕີ ວາງອີ ແລ້ວ, ໃນສະພາບການປະທະກັນຢູ່ ຕາເວັນອອກກາງ ຍັງບໍ່ທັນມີສັນຍານຫຼຸດລົງນັ້ນ, ມາດຕະການແກ້ໄຂພື້ນຖານສຳັບບັນຫາຄວາມໝັ້ນຄົງໃນການເດີນເຮືອຢູ່​​ຊ່ອງແຄບທະເລ Hormuz ແມ່ນຕ້ອງບັນລຸໄດ້ຄຳສັ່ງຸດຍິງ ແລະ ຢຸຕິການປະທະກັນໂດຍ​ໄວ. ທ່ານກໍ່ໃຫ້ຮູ້ວ່າ ປະເທດນີ້ພ້ອມແລ້ວທີ່ຈະສືບຕໍ່ສົມົບກັບລັດເຊຍ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ, ຮັກສາການແລກປ່ຽນກ່ຽວກັບບັນດາບັນຫາໃຫຍ່ຢ່າງທັນການ, ປະກອບສ່ວນຫຼຸດຜ່ອນຄວາມເຄັ່ງຕຶງ, ປົປັກຮັກສາສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ ກໍຄືຄວາມໝັ້ຄົງລວມຂອງທົ່ວໂລກ.

ສ່ວນຝ່າຍ ລັດເຊຍ, ທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ຢືນຢັນວ່າ ສະພາຄວາມໝັ້ນຄົງສະຫະປະຊາຊາດ ຕ້ອງເສີມຂະຫຍາຍບົດບາດ​ທີ່ມີລັກສະນະສ້າງສັນ ແລະ ລັດເຊຍ ພ້ອມແລ້ວ​​ທີ່ຈະສົມທົບກັບ ຈີນ ຢ່າງແໜ້ນແຟ້ນເພື່ອສືບຕໍ່ຊຸກຍູ້ບັນດາຄວາມມານະພະຍາຍາມຢຸດຍິງ.