ພາບປະກອບ: AFP/TTXVN

ສະພາບການຄວາມເຄັ່ງຕຶງຢູ່ ພາກພື້ນຕາເວັນອອກກາງ ນັບມື້ນັບເພີ່ມຂຶ້ນ ເມື່ອວັນທີ 3 ຕຸລາ, ກອງທັບອິດສະລາແອັນ ໄດ້ທຳລາຍ ຫ້ອງການແຫ່ງໜຶ່ງຂອງ ອົງການກູ້ຊ່ວຍ ແລະ ເຮັດວຽກຂອງ ສປຊ ທີ່ສະຫງວນໃຫ້ຄົນລີ້ໄພ ປາແລັດສະຕິນ (UNRWA) ຢູ່ຄ້າຍ Nur Shams, ໃກ້ກັບນະຄອນ Tulkarm ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ຕາມທ່ານ Nihad al-Shawish ຫົວໜ້າຄະນະການບໍລິການຄ້າຍ Nur Shams ແລ້ວ, ກຳລັງອິດສະລາແອັນ ໄດ້ນຳໃຊ້ລົດດຸດ ເພື່ອທຳລາຍຫ້ອງການ UNRWA ຕັ້ງຢູ່ໃຈກາງຂອງ ຄ້າຍ. ຄ້າຍ Nur Shams ແມ່ນສະຖານທີ່ມີໂຮງຮຽນ ສອງແຫ່ງທີ່ມີນັກຮຽນກ່ວາ 1.500 ຄົນ. ນອກຈາກນັ້ນ, ຄ້າຍຍັງມີສູນການແພດທີ່ສະໜອງການບໍລິການເບິ່ງແຍງດູແລສຸຂະພາບໂດຍພື້ນຖານ, ໂດຍ UNRWA ຄຸ້ມຄອງ, ຕອບສະໜອງຄວາມຕ້ອງການເບິ່ງແຍງດູແລສຸຂະພາບໃນການເກີດລູກ, ເດັກເກີດໃໝ່, ເດັກນ້ອຍ ແລະ ການກວດປິ່ນປົວພະຍາດເວົ້າລວມ. ມາຮອດປັດຈຸບັນ, ອິດສະລາແອັນ ຍັງບໍ່ມີຄຳເຫັນໃດໆກ່ຽວກັບການກະທຳນີ້.

ແລະກໍ່ໃນວັນດຽວກັນ, ກຳລັງ Hezbollah ຈາກລີບັງໄດ້ຍິງລູກຈະຫຼວດ ເລັ່ງໃສ່ບັນດາເຂດພາກເໜືອອິດສະລາແອັນ. ຝ່າຍອິດສະລາແອັນ ຢັ້ງຢືນການບຸກໂຈມຕີຂອງ Hezbollah ໄດ້ເຮັດໃຫ້ສາມັນຊົນຂອງປະເທດນີ້ 7 ຄົນເສຍຊີວິດ ແລະ ແມ່ນວັນທີ່ມີຜູ້ເສຍຊີວິດແລະ ຖືກບາດເຈັບ ຮ້າຍແຮງທີ່ສຸດ ໃນປີ 2024.