ວັນທີ 29 ຕຸລາ, ຕາມສື່ມວນຊົນ ອິດສະລາແອັນ ແລ້ວ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໄດ້ດຳລາຊະການລັບການປຶກສາຫາລືກັບບັນດາເຈົ້າໜ້າທີລັດຖະບານ, ນາຍທະຫານ ແລະ ອົງການສືບຂ່າວກ່ຽວກັບແງ່ຫວັງຢຸດຕິການປະທະກັນກັບຂະບວນການ Hezbollah ຢູ່ລີບັງ. ທ່ານ Ron Dermer ລັດຖະມົນຕີກະຊວງບັນດາບັນຫາຍຸດທະສາດ ໄດ້ສະເໜີແນະ ອິດສະລາແອັນ ຄວນຊຸກຍູ້ການຢຸດຍິງ ໂດຍອີງໃສ່ພື້ນຖານ ບັນດາໝາກຜົນດ້ານທະຫານ ເຊິ່ງປະເທດນີ້ບັນລຸໄດ້ຢູ່ສະຖານທີ່ຕົວຈິງໃນຊຸມອາທິດມໍ່ໆມານີ້. ທ່ານ Halevi ເສນາທິການໃຫຍ່ບັນດາກຳລັງປ້ອງກັນ ອິດສະລາແອັນ ສະເໜີແນະການຊອກຫາຂໍ້ຕົກລົງຢຸດຍິງຜ່ານການເຈລະຈາ ແລະ ສະພາບການໃນປັດຈຸບັນຢູ່ ລີບັງອາດສາມາດຊຸກຍູ້ວິວັດການຕ່າງໆຫາກການປະທະກັນຢູ່ເຂດກາຊາ.
ການເຈລະຈາຢຸດຍິງຢູ່ເຂດກາຊາ ແລະ ລີບັງພ້ອມກັນມີຄວາມຄືບໜ້າ
(VOVWORLD) - ບັນດາການເຈລະຈາລະຫວ່າງ ອິດສະລາແອັນ ແລະ ບັນດາຝ່າຍທີ່ກ່ຽວຂ້ອງເຖິງການຫຼຸດຜ່ອນຄວາມເຄັ່ງຕຶງໃນສົງຄາມຢູ່ເຂດກາຊາ ແລະ ລີບັງ ພວມມີສັນຍານທີ່ຕັ້ງໜ້າ ພ້ອມທັງມີຄວາມຄືບໜ້າທີ່ເປັນໜ້າຊື່ນຊົມ.
