ວັນທີ 1 ພະຈິກ, ຢູ່ນະຄອນຫຼວງ ມົດສະກູ, ສະຫະພັນ ລັກເຊຍ, ໃນການພົບປະກັບທ່ານ Choe Son Hui ລັດຖະມົນຕີການຕ່າງປະເທດ ສປປ.ເກົາຫຼີ ທີ່ພວມຢູ່ຢ້ຽມຢາມ ລັດເຊຍ, ທ່ານ Sergei Lavrov ລັດຖະມົນຕີການຕ່າງປະເທດ ລັດເຊຍ ຢັ້ງຢືນວ່າ ການພົວພັນລະຫວ່າງ ລັດເຊຍ-ສປປ.ເກົາຫຼີ ພວມໃນລະດັບສູງສຸດທີ່ບໍ່ເຄີນມີມາກ່ອນ.

ຕາມທ່ານລັດຖະມົນຕີການຕ່າງປະເທດ Sergei Lavrov ແລ້ວ, ການພົວພັນສອງຝ່າຍ ບັນລຸໄດ້ລະດັບສູງທີ່ບໍ່ເຄີຍມີ ຍ້ອນຄວາມເອົາໃຈໃສ່ເປັນພິເສດ ຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ການນຳ ສປປ.ເກົາຫຼີ Kim Jong-un. ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ ເນັ້ນໜັກວ່າ: ການເຊັນສົນທິສັນຍາຄູ່ຮ່ວມມືຍຸດທະສາດຮອບດ້ານ ລັດເຊຍ-ສປປ.ເກົາຫຼີ ໄດ້ສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການເຮັດໃຫ້ສາຍພົວພັນລະຫວ່າງສອງຝ່າຍເລິກເຊິ່ງຂຶ້ນຕື່ມໃນທຸກຂົງເຂດ.