ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຣັບບິ ຊາອຸດິ ດັ້ງຊວັນຢຸງ (ພາບ: ສະຖານທູດ ຫວຽດນາມ ປະຈຳ ອາຣັບບິ ຊາອຸດິ ) |
ການຢ້ຽມຢາມອາຣັບບິ ຊາອຸດິ ແລະ ເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມລົງທຶນອະນາຄົດຄັ້ງທີ 8 ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນລະຫວ່າງວັນທີ 29 – 30 ຕຸລາ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ. ນີ້ແມ່ນການຢັ້ງຢືນຂອງທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອາຣັບບິ ຊາອຸດິ ດັ້ງຊວັນຢຸງ ໃນການແລກປ່ຽນກັບນັກຂ່າວຂອງວິທະຍຸກະຈາຍສຽງ ຫວຽດນາມ.
ຕາມທ່ານເອກອັກຄະລັດຖະທູດ ດັ້ງຊວັນຢຸງ ແລ້ວ, ໜຶ່ງໃນບັນດາໝາກຜົນພົ້ນເດັ່ນທີ່ສຸດໃນການຢ້ຽມຢາມແມ່ນສອງປະເທດໄດ້ເຊັນບົດບັນທຶກຊ່ວຍຈຳ (MOU) ຈຳນວນໜຶ່ງເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງບັນດາກະຊວງ, ຂະແໜງການສອງປະເທດ ຊ່ວຍບູລະນະຕື່ມອີກກອບນິຕິກຳໃຫ້ແກ່ການພົວພັນຮ່ວມມືສອງຝ່າຍໃຫ້ພັດທະນາຢ່າງສະດວກກ່ວາອີກໃນໄລຍະຈະມາເຖິງ:
ໃນຂອບເຂດການຢ້ຽມຢາມ, Petro ຫວຽດນາມ ແລະ ບໍລິສັດນ້ຳມັນແຖວໜ້າໂລກ Saudi Aramco ບັນລຸໄດ້ຂໍ້ຕົກລົງກອບການຮ່ວມມືໃນຂົງເຂດກການຄ້ານ້ຳມັນອາຍແກັດ. ຂ້າພະເຈົ້າເຊື່ອໝັ້ນວ່າ ບັນດາໝາກຜົນສຳຄັນນີ້ ຈະປັບປຸງພື້ນຖານອັນໝັ້ນແກ່ນ ແລະ ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນດ້ານເສດຖະກິດສອງປະເທດໃຫ້ພັດທະນາຢ່າງແຮງກ່ວາອີກ, ສົມກັບເປັນການພົວພັນດ້ານການເມືອງ, ການຕ່າງປະເທດອັນດີງາມລະຫວ່າງຫວຽດນາມ ແລະ ອາຣັບບິ ຊາອຸດິ ຄືທ່ານນາຍົກລັດຖະມົນຕີ ຫວຽດນາມ ໄດ້ເນັ້ນໜັກເຖິງໃນການຢ້ຽມຢາມຄັ້ງນີ້.
ໃນຂະນະນັ້ນ, ໂດຍເນັ້ນໜັກເຖິງໝາກຜົນຂອງການຢ້ຽມຢາມ ສະຫະລັດ ອາຣັບ ເອມີເລດ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃນລະຫວ່າງວັນທີ 27 – 29 ຕຸລາ, ທ່ານ ຫງວຽນແທັງຢ້ຽບ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ UAE ຢັ້ງຢືນວ່າ:
ດ້ວຍເລື່ອງສອງປະເທດເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານ, ພ້ອມທັງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຮອບດ້ານ, ເຈົ້າໜ້າທີ່, ປະຊາຊົນ UAE ເວົ້າສະເພາະ ກໍ່ຄືພາກພື້ນຕາເວັນອອກກກາງເວົ້າລວມນັບມື້ນັບມີສົນໃຈເຖິງປະເທດຊາດ, ຜູ້ຄົນກ່ວາອີກ, ທີ່ຕັ້ງຂອງຫວຽດນາມ ບົນເວທີສາກົນນັບມື້ນັບສູງຂຶ້ນ. ດ້ວຍບັນດາຂີດໝາຍສຳຄັນທີ່ສຸດທີ່ມີລັກສະນະປະຫວັດສາດຄືດັ່ງນັ້ນ, ການພົວພັນ ຫວຽດນາມ - UAE ຈະກ້າວເຂົ້າສູ່ໄລຍະພັດທະນາທີ່ແທດຈິງ, ມີປະສິດທິຜົນ, ຮອບດ້ານ.

