(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ)

ໂດຍໄດ້ຮັບຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ, ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hernandez ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ແຕ່ວັນທີ 02 – 03 ພະຈິກ. ຕອນເຊົ້າວັນທີ 02 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ໄດ້ເປັນປະທານພິທີຕ້ອນຮັບ. ພາຍຫຼັງພິທີຕ້ອນຮັບ 2 ຝ່າຍໄດ້ດຳເນີນການພົບປະເຈລະຈາ.

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຕິດຕາມສະພາບການຂອງ ກຸຍບາ ຢ່າງໃກ້ຊິດ ແລະ ໃນບໍ່ວ່າສະພາບການໃດ, ອວຍພອນໃຫ້ ກຸຍບາ ໃນເລື່ອງສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 79 ໄດ້ເຫັນດີຮັບຮ້ອງເອົາມະຕິຮຽກຮ້ອງຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດ ແລະ ການຄ້າທີ່ ອາເມລິກາ ໄດ້ຈັດວາງສຳລັບ ກຸຍບາ. ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ສະເໜີໃຫ້ສະພາແຫ່ງຊາດ 2 ປະເທດ ສົມທົບກັນຢູ່ບັນດາເວທີປາໄສສາກົນ ແລະ ບັນດາອົງການຈັດຕັ້ງລັດຖະສະພາ 2 ຝ່າຍອື່ນ ເຊິ່ງ 2 ຝ່າຍເປັນສະມາຊິກ; ແບ່ງປັນ ແລະ ສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາພາກພື້ນ, ສາກົນທີ່ຕ່າງມີຄວາມສົນໃຈ.

(ທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hernandez)

ສ່ວນທ່ານປະທານສະພາແຫ່ງຊາດ ກຸຍບາ Esteban Lazo Hernandez ຕີລາຄາສູງການພົວພັນດ້ານການເມືອງ, ການຮ່ວມມືເຊິ່ງ 2 ພັກໄດ້ປະກອບສ່ວນສ້າງລັດທິສັງຄົມຢູ່ແຕ່ລະປະເທດ, ພ້ອມທັງເນັ້ນໜັກວ່າ, ການພົວພັນດ້ານນິຕິກຳແມ່ນຊ່ອງຮ່ວມມືສຳຄັນ ເພື່ອປະກອບສ່ວນຢ່າງແທດຈິງໃຫ້ແກ່ສາຍພົວພັນລະຫວ່າງ 2 ປະເທດ.

ໃນໄລຍະຈະມາເຖິງ, ການນຳສະພາແຫ່ງຊາດ 2 ທ່ານຖືວ່າ, ຕ້ອງສືບຕໍ່ແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຄະນະກຳມະການ, ສະມາຊິດສະພາແຫ່ງຊາດຂອງ 2 ປະເທດ. ຜັນຂະຫຍາຍບັນດາເອກະສານຮ່ວມມືທີ່ໄດ້ລົງນາມລະຫວ່າງ 2 ປະເທດໃຫ້ມີປະສິດທິຜົນ ເພື່ອປະກອບສ່ວນນຳການພົວພັນດ້ານເສດຖະກິດ, ການລົງທຶນ, ການຄ້າ ໃຫ້ພັດທະນາສອດຄ່ອງກັບການພົວພັນດ້ານການເມືອງອັນດີງາມຂອງ 2 ປະເທດ.