ການນຳສາມປະເທດຮັບປະທານອາຫານເຊົ້າ ແລະ ເຮັດວຽກ (ພາບ: VOV)

ໃນການເຮັດວຽກ, 3 ຝ່າຍໄດ້ເຫັນດີເປັນເອກະພາບກ່ຽວກັບຄວາມສຳຄັນຂອງນ້ຳໃຈມິດຕະພາບ, ສະໜິດຕິດພັນລະຫວ່າງ 3 ປະເທດ ດ້ວຍການພັດທະນາຂອງແຕ່ລະປະເທດ. ໃນສະພາບການພາກພື້ນ ແລະ ສາກົນ ມີການຜັນແປຢ່າງສັບສົນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ 3 ທ່ານ, ໄດ້ເນັ້ນໜັກເຖິງບົດບາດ ແລະ ຄຸນຄ່າຍຸດທະສາດຂອງນ້ຳໃຈສາມັກຄີ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ; ເຫັນດີສືບຕໍ່ຮັກສາ, ເສີມຂະຫຍາຍກົນໄກ 3 ຝ່າຍໃຫ້ມີປະສິດທິຜົນ ແລະ ເລິກເຊິ່ງ; ຍູ້ແຮງການຮ່ວມມືຢ່າງແທດຈິງລະຫວ່າງກະຊວງການຕ່າງປະເທດ 3 ປະເທດ, ເພີ່ມທະວີການແບ່ງປັນຂໍ້ມູນ, ທັດສະນະ, ສົມທົບກັບຫຼັກໝັ້ນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ພ້ອມດຽວກັນນັ້ນ, ເພີ່ມທະວີການເຊື່ອມຈອດພື້ນຖານໂຄງລ່າງຄົມມະນາຄົມ, ຮ່ວມສຳພັນທາງດ້ານເສດຖະກິດ 3 ປະເທດ; ຍູ້ແຮງການພົບປະ, ແລກປ່ຽນ, ຝຶກອົບຮົມຊາວໜຸ່ມ ແລະ ການນຳໜຸ່ມ ເພື່ອແນໃສ່ເພີ່ມພູນຄູນສ້າງສາຍພົວພັນ 3 ຝ່າຍໃຫ້ໝັ້ນຄົງຍາວນານ.

ວັນຫຽວ