ນັກຮົບ UNIFIL ລາດຕະເວນຢູ່ Kfarshuba, ທາງທິດໃຕ້ ລີບັງ (ພາບ: AFP/TTXVN) |
ໃນແຈ້ງການສະບັບໜຶ່ງ, ກຳລັງຊົ່ວຄາວຂອງ ສປຊ ປະຈຳ ລີບັງ (UNIFIL) ໃຫ້ຮູ້ວ່າ ໃນວັນທີ 30 ກັນຍາ, ກອງທັບອິດສະລາແອັນ ໄດ້ແຈ້ງໃຫ້ UNIFIL ຮັບຊາບກ່ຽວກັບ ເຈດຈຳນົງດຳເນີນການເຂົ້າລີບັງທາງບົກ ແລະ ຮຽກຮ້ອງໃຫ້ UNIFIL ຖອນຕົວອອກຈາກກບາງສະຖານທີ່, ເຖິງຢ່າງໃດກໍຕາມ, ກຳລັງຮັກສາສັນຕິພາບ ສປຊ ສືບຕໍ່ຕັ້ງຢູ່ລີບັງ ບໍ່ຖອນຕົວ. UNIFIL ກໍ່ປະກາດວ່າ ໄດ້ດັດປັບສະພາບການ ແລະ ການເຄື່ອນໄຫວຂອງຕົນເປັນປະຈຳ, ກໍ່ຄືບັນດາແຜນກການສຳຮອງເພື່ອກຽມພ້ອມການສູ້ຮົບ ຖ້າມີຄວາມຈຳເປັນຢ່າງແທ້ຈິງ.

