ນະຄອນ ເຕເຮຣານ ພາຍຫຼັງ ການບຸກໂຈມຕີທາງອາກາດຂອງອິດສະລາແອັນ
(ພາບ: THX/TTXVN)

ຖະແຫຼງການຂອງກະຊວງການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ທ່ານ Araghchi ໄດ້ຮຽກຮ້ອງໃຫ້ ສະພາຄວາມໝັ້ນຄົງ ສປຊ ຈັດກອງປະຊຸມດ່ວນເພື່ອຍົກອອກຫຼັກໝັ້ນທີ່ເດັດຂາດ ໃນການກ່າວປະນາມການກະທຳນີ້. ໃນຈົດໝາຍ, ທ່ານ Araghchi ຍົກໃຫ້ເຫັນຢ່າງຈະແຈ້ງວ່າ ລະບົບປ້ອງກັນຂອງ ອີຣານ ໄດ້ສະກັດກັ້ນລູກປຶນເກືອບທັງໝົດ, ແຕ່ການບຸກໂຈມຕີນີ້ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງຢູ່ບັນດາເປົ້າໝາຍ, ກໍ່ຄືເຮັດໃຫ້ທະຫານ 4 ຄົນຂອງປະເທດນີ້ຖືກເສຍຊີວິດ. ທ່ານລັດຖະມົນຕີການຕ່າງປະເທດ ອີຣານ ຖືວ່າ ບັນດາການບຸກໂຈມຕີຂອງ ອິດສະລາແອັນ ໄດ້ລະເມີດອະທິປະໄຕຂອງອີຣານ ຢ່າງຈະແຈ້ງ, ພ້ອມທັງຢັ້ງຢືນສິດໂຕ້ຕອບການກະທຳນີ້. ກ່ອນໜ້ານັ້ນ, ອິດສະລາແອັນ ໃຫ້ຮູ້ວ່າ ໄດ້ບຸກໂຈມຕີທາງອາກາດເລັ່ງໃສ່ບັນດາສະຖານທີ່ຢູ່ ອີຣານ ເພື່ອໂຕ້ຕອບການບຸກໂຈມຕີໃນວັນທີ 1 ຕຸລາ ເຊິ່ງ ເຕເຮຣານ ດຳເນີນເລັ່ງໃສ່ອິດສະລາແອັນ. ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ປະກາດວ່າ ການບຸກໂຈມຕີທາງອາກາດຂອງປະເທດນີ້ເລັ່ງໃສ່ອີຣານ ແມ່ນ “ການກະທຳເຊັດແຈນ ແລະ ເຂັ້ມແຂງ” ເພື່ອບັນລຸໄດ້ທຸກເປົ້າໝາຍທີ່ໄດ້ວາງອອກ.