(ພາບ: ສະພາແຫ່ງຂາດ) |
ຕອນເຊົ້າວັນທີ 1 ພະຈິກ, ທີ່ກອງປະຊຸມເທື່ອທີ 8 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫງວຽນວັນຮຸ່ງ ໄດ້ກ່າວໃບສະເໜີຂໍ້ຕົກລົງແຜນນະໂຍບາຍລົງທຶນ ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການ ພັດທະນາວັດທະນະທຳໄລຍະ 2025-2035.
ໂຄງການໄດ້ປະຕິບັດໃນຂອບເຂດທົ່ວປະເທດ ແລະ ຢູ່ບາງປະເທດມີສາຍພົວພັນດ້ານວັດທະນະທຳອັນຍາວນານກັບ ຫວຽດນາມ, ມີຊາວ ຫວຽດນາມ ດຳລົງຊີວິດ ແລະ ອອກແຮງງານ, ຮ່ຳຮຽນ ເປັນຈຳນວນຫຼາຍ. ໂຄງການສຸມໃສ່ບັນດາການເຄື່ອນໄຫວຂຶ້ນກັບຂົງເຂດວັດທະນະທຳ, ສິລະປະຈາກຂັ້ນແຂວງ, ເມືອງ, ຕາແສງ, ບ້ານ ແລະ ສູນວັດທະນະທຳ ຫວຽດນາມ ຢູ່ຕ່າງປະເທດຈຳນວນໜຶ່ງ. ຈຳນວນແຫຼ່ງກຳລັງທັງໝົດໄດ້ລະດົມ ເພື່ອປະຕິບັດໂຄງການໃນໄລຍະ 2025-2030 ຄາດວ່າແມ່ນ 122.250 ຕື້ດົ່ງ ( 4.8 ຕື້ USD). ຄາດວ່າ, ໄລຍະ 2031-2035 ຈຳນວນແຫຼ່ງກຳລັງທັງໝົດໄດ້ລະດົມເພື່ອປະຕິບັດໂຄງການແມ່ນ 134.000 ຕື້ດົ່ງ (ເກືອບ 5.3 ຕື້ USD).
ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນດຽວກັນ, ສສຊ ໄດ້ປຶກສາຫາລືກ່ຽວກັບບາງເນື້ອໃນທີ່ຍັງມີຄຳເຫັນແຕກຕ່າງກັນ ຂອງຮ່າງກົດໝາຍວ່າດ້ວຍການປ້ອງກັນໄຟໄໝ້, ດັບເພິງ ແລະ ການກູໄພກູ້ຊີບ.

