ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ:THX/TTXVN) |
ວັນທີ 29 ຕຸລາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ປະກາດວ່າ ລັດເຊຍໄດ້ດຳເນີນການຊ້ອມຮົບກຳລັງນາບຂູ່ດ້ານນິວເຄຼຍຍຸດທະສາດ, ໃນນັ້ນ ບັນດາເຈົ້າໜ້າທີ່ຂັ້ນສູງຕິດຕາມບັນດາເຫດຍິງລູກສອນໄຟນຳວິຖີ ແລະ ລູກສອນໄຟຕິດຫົວນິວເຄຼຍ.
ກ່າວຄຳເຫັນທີ່ການຊ້ອມຮົບຂອງກຳລັງນິວເຄຼຍຍຸດທະສາດ, ທ່ານປະທານາທິບໍດີ Putin ຢັ້ງຢືນວ່າ ກຳລັງນິວເຄຼຍ ແມ່ນການຮັບປະກັນຄວາມໄວ້ເນື້ອເຊື່ອໃຈ ໃຫ້ແກ່ອະທິປະໄຕ ແລະ ຄວາມໝັ້ນຄົງຂອງລັດເຊຍ. ທ່ານ Putin ຢັ້ງຢືນວ່າ ລັດເຊຍ ຈະສືບຕໍ່ປະຕິບັດສຳເລັດກຳລັງນາບຂູ່ນິວເຄຼຍ, ຊ່ວຍລັດເຊຍ ປະຕິບັດໜ້າທີ່ຈຳກັດຍຸດທະສາດ, ຮັກສາຄວາມສະເໝີພາບ ກຳລັງແຮງນິວເຄຼຍທົ່ວໂລກ. ທ່ານ Putin ກໍ່ປະກາດວ່າ ລັດເຊຍ ບໍ່ເຂົ້າຮ່ວມການຊ່ວງເສັງປະກອບອາວຸດໃໝ່ ແຕ່ຈະຮັກສາກຳລັງແຮງດ້ານນິວເຄຼຍຢູ່ລະດັບພຽງພໍ. ກຳລັງລູກສອນໄຟຍຸດທະສາດຈະໄດ້ຮັບການຫັນເປັນທັນສະໄໝ ດ້ວຍຄວາມແມ່ນຍຳສູງ, ເວລາຍິງໜ້ອຍກ່ວາ ແລະ ຄວາມສາມາດໃນການປ້ອງກັນລູກສອນໄຟກໍ່ດີກ່ວາ.

