(ພາບປະກອບ: VOV) |
ການປ່ອຍເງິນລົງທຶນພາກລັດຂອງ 10 ເດືອນຕົ້ນປີນີ້ບັນລຸກວ່າ 52%, ຕ່ຳກວ່າປະມານ 4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນກອງປະຊຸມຖະແຫຼງຂ່າວລັດຖະບານປະຈຳເດອືນຕຸລາ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 9 ພະຈິກ, ຢູ່ຮ່າໂນ້ຍ, ການນຳກະຊວງແຜນການ ແລະ ການລົງທຶນ ໄດ້ຢັ້ງຢືນວ່າ ນັບແຕ່ນີ້ຮອດທ້າຍປີ, ລັດຖະບານສືບຕໍ່ຍູ້ແຮງການສ້າງມາດຕະການຄົບຊຸດເພື່ອບັນລຸໄດ້ຄາດໝາຍປ່ອຍເງິນລົງທຶນພາກລັດ 95% ທີ່ໄດ້ວາງອອກ.
ທ່ານ ເຈິ່ນກວັກເຟືອງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ໃຫ້ຮູ້ວ່າ ບັນດາມາດຕະການຈຸດສຸມ, ລວມມີ: ສືບຕໍ່ປະຕິບັດບັນດາມາດຕະການທີ່ໄດ້ສະເໜີ ແລະ ລັດຖະບານປະກາດໃຊ້, ຈັດແບ່ງໜ້າທີ່ໃຫ້ບັນດາທ້ອງຖິ່ນເພື່ອເລັ່ງລັດການປ່ອຍເງິນລົງທຶນພາກລັດ; ເພີ່ມທະວີລະບຽບວິໄນກ່ຽວກັບການລົງທຶນພາກລັດ, ພິເສດແມ່ນຍູ້ແຮງການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເພື່ອຄຸ້ມຄອງວຽກງານລົງທຶນພາກລັດໃຫ້ວ່ອງໄວທີ່ສຸດ ແລະ ມີປະສິດທິຜົນທີ່ສຸດ. ທ່ານຮອງລັດຖະມນຕີ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ເຈິ່ນກວັກເຟືອງ ກໍໃຫ້ຮູວ່າ ກົດໝາຍວ່າດ້ວຍການລົງທຶນພາກລັດ ພວມໄດ້ຮັບການປັບປຸງໂດຍກອງປະຊຸມສະໄໝສາມັນສະພາແຫ່ງຊາດຊຸດທີ XV.

