ວັນ​ທີ 17 ເມ​ສາ, ທ່ານ​ ໂຕ​ເລິມ ເລ​ຂ​າ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ໄດ້​ສິ້ນ​ສຸດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ຢູ່ ສ​ປ. ຈີນ ແຕ່​ວັນ​ທີ 14 – 17 ເມ​ສາ ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ ສີ​ຈີ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຈີນ ຢ່າງ​ຈົບ​ງາມ. ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ ໄດ້​ປະ​ກອບ​ສ່ວນ​ເຮັດ​ໃຫ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ເລິກ​ເຊິ່ງກວ່າ​ອີກ, ສະ​ແດງ​ໃຫ້​ເຫັນ​ຄວາມ​ເຄົາ​ລົບ​ນັບ​ຖື ແລະ ຄວາມ​ຕັດ​ສິນ​ໃຈ​ສູງ​ຂອງ​ສອງ​ປະ​ເທດ​ໃນ​ການ​ຍົກ​ລະ​ດັບ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດ.

ໃນ​ການ​ຢ້ຽມ​ຢາມ​ທາ​ງ​ລັດ​ຖະ​ກິດ​ຢູ່ ຈີນ ຂອງ​ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ, ສອງ​ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ; ເຊັນ​ເອ​ກະ​ສານ​ຮ່ວມ​ມື​ໃນ​ບັນ​ດ​າ​ຊ່ອງ​ທາງຄື: ພັກ, ຕຳຫຼວດ, ຍຸ​ຕິ​ທຳ, ເສດ​ຖະ​ກິດ, ລະ​ບົບ​ຜະ​ລິດ, ລະ​ບົບ​ສະ​ໜອງ, ການ​ຮ່ວມ​ມື​ດ້ານ​ພາ​ສີ, ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ, ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ, ຂຸດ​ຄົ້ນ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ສື່ມວນ​ຊົນ ແລະ ທ້ອງ​ຖິ່ນ. ເລີ່ມ​ເຄື່ອນ​ໄຫວ “ປີ​ຮ່ວມ​ມື​ດ້ານ​ການ​ທ່ອງ​ທ່ຽວ ຫວຽດ​ນາມ - ຈ​ີນ 2026 - 2027”….

​ເຫັນ​ດີເປັນ​ເອ​ກະ​ພາບ​ຮັກ​ສາ ແລະ ເພີ່ມ​ທະ​ວີ​ສາຍ​ພົວ​ພັນ ​ຫວຽດ​ນາມ - ຈີນ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາ​ມ, ທ່ານເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ພົບ​ປະ​ ແລະ ເຂົ້າ​ຢ້ຽມ​ຂ​່ຳ​ນັບ​ບັນ​ດາ​ການ​ນຳ​ສູງ​ສຸດ​ຂອງ ຈີນ, ລວມ​ມີ: ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ສີ​ຈີ້ນ​ຜິງ; ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫຼ​ີ​ຊຽນ ແລະ ທ່ານກຳ​ມະ​ການ​ສະ​ພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ຈ​້າວຫຼີ​ຈຽນ.

ສອງ​ຝ່າຍ​ເຫັນ​ດີເປັນ​ເອ​ກະ​ພາບ​ຮັກ​ສາ ແລະ ເພີ່ມ​ທະ​ວີ​ມູນ​ເຊື້ອ​ອັນ​ດີ​ງາມ​ຂອງ​ການ​ພົວ​ພັນ​ແລກ​ປ່ຽນ​ຂັ້ນ​ສູ​ງ​ລະ​ຫວ່າງ​ສອງ​ພັກ, ສອງ​ລັດ, ມີ​ການ​ແລກ​ປ່ຽນ​ຄຳ​ເຫັນ​ຢ່າງ​ທັນ​ການ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ໃນ​ສາຍ​ພົວ​ພັນ​ສອງ​ຝ່າຍ ກ​ໍ່​ຄື​ສະ​ພາບ​ການ​ສາ​ກົນ, ພາກ​ພື້ນ, ກຳ​ນົດ​ທິດ ແລະ ຊີ້​ນຳ​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ຈີນ ໃນ​ຍຸກ​ສະ​ໄໝ​ໃໝ່​ໃຫ້​ພັດ​ທະ​ນາ​ຢ່າງ​ປອດ​ໃສ, ມີ​ສະ​ຖຽນ​ລະ​ພາບ​ຈາກ​​ຍຸດ​ທະ​ສາດລະ​ດັບ​ສູງ ແລະ ວິ​ໄສ​ທັດ​ຍາວ​ນານ.

ສອງ​ຝ່າຍ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ​ຂັ້ນ​ສູງ ແລະ ທຸກ​ຂັ້ນ​ລະ​ຫວ່າງ​ກອງ​ທັບ​ສອງ​ປະ​ເທດ; ເສີມ​ຂະ​ຫຍາຍ​ບົດ​ບາດ​ຂອງ​ກົນ​ໄກ​ລາດ​ຕະ​ເວນປະ​ສົມ​ຢູ່​ເຂດ​ທະ​ເລ​ອ່າວ​ຕົງ​ກິນ, ຜັນ​ຂະ​ຫຍາ​ຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ລາດ​​ຕະ​ເວນ​ປະ​ສົມ​ຢູ່​ທະ​ເລ​ອ່າວ​ຕົງ​ກິນ​ໃຫ້​ເປັນ​ຢ່າງ​ດີ. ເຮັດ​ໃຫ້​ການ​ຮ່ວມ​ມື​ດ້ານ​ຄວາມ​ໝັ້ນ​ຄົງຫຼາຍ​ຝ່າຍ​ເລິກ​ເຊິ່ງກວ່າ​ອີກ, ພ້ອມ​ກັນ​ຊຸກ​ຍູ້​ສັນ​ຕິ​ພາບ ແລະ ສະ​ຖຽນ​ລະ​ພາບ​ຢູ່​ພາກ​ພື້ນ.

ຫວຽດ​ນາມ ແລະ ຈີນ ກໍ​ຕົກ​ລົງ​ເຫັນ​ດີ​ຕໍ່​ເລື່ອງ​ຕັ້ງ​ໜ້າ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​ໃໝ່, ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ບົບ​ສະ​ໜອງ ແລະ ການຮ່ວມ​ມື​ພັດ​ທະ​ນາ​ເຕັກ​ໂນ​ໂລ​ຢີ​ພະ​ລັງ​ງານ​ທົ​ດ​ແທນ. ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂ​ດ​ທີ່​ຫາ​ກໍ່​ພົ້ນ​ເດັ່ນ, ເຊັ່ນ: ເສດ​ຖະ​ກິ​ດ​ດີ​ຈີ​ຕອນ, ​ການພັດ​ທະ​ນາ​ສີ​ຂຽວ… ທ່ານ ສ​ຈ. ກຸຍ​ໂຊ​ຈຸນ, ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ຊາ​ຊົນ ຈີນ, ຖື​ວ່າ:

“ຈີນ ມີ​ທ່າ​ແຮງ​ໃນ​ບັນ​ດາ​ຂະ​ແໜງ​ຍຸດ​ທະ​ສາດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ​ເຊັ່ນ: ພະ​ລັງ​ງານ​ໃໝ່, ແສງ​ໄຟ​ຟ້າ, ​ການ​ເກັບພະ​ລັງ​ງານ, ການ​ກະ​ຈາຍ​ໄຟ​ຟ້າ…; ໃນ​ຂະ​ນະ​ທີ່ ຫວຽດ​ນາມ ພວມ​ຢູ່​ໃນ​ໄລ​ຍະ​ຍູ້​ແຮງ​ວິ​ວັດ​ທະ​ນາ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ. ເພາະ​ສະ​ນັ້ນ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​ຈະ​ແມ່ນ​ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ການ​ຮ່ວມ​ມື ຈີນ - ຫວຽດ​ນາມ”.

ສອງ​ຝ່າຍ​ເຫັນ​ດີ​ພ້ອມ​ກັນ​ຮັກ​ສາ​ການ​ຄ້າ​ການ​ລົງ​ທຶນ​ເສ​ລີ, ເປີດອົກ​ເປີດ​ໃຈ, ສ້າງ​ລະ​ບົບ​ຜະ​ລິດ, ລະ​ບົບ​ສະ​ໜອງ​ທີ່​ປອດ​ໄພ​, ມີ​ສະ​ຖຽນ​ລະ​ພາບ, ສ້າງ​ກຸ່ມ​ປະ​ຕິ​ບັດ​ງານ​ການ​ຮ່ວມ​ມື​ກ່ຽວ​ກັບ​ລະ​ບົບ​ຜະ​ລິດ, ລະ​ບົບ​ສະ​ໜອງ, ຊຸກ​ຍູ້​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ລະ​ບົບ​ສະ​ໜອງ, ລະ​ບົບ​ຜະ​ລິດ. ສົ່ງ​ເສີມ, ສະ​ໜັບ​ສະ​ໜູນ​ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ສາ​ມາດ​ຢ່າງ​ແທ້​ຈິງ, ມີ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ສອງ​ປະ​ເທດ​ໄປ​ລົງ​ທຶນ​ຢູ່​ປະ​ເທດ​ຂອງ​ກັນ. ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລະ​ກິດ​ທີ່​ຍຸ​ຕິ​ທຳ, ສະ​ດວກ, ໂປ່ງ​ໃສ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ. ຄົ້ນ​ຄວ້າ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຄຸນ​ນະ​ພາບ​ສູງ​ຢູ່​ບັນ​ດາ​ເຂດ​ຮ່ວມ​ມື​ເສດ​ຖະ​ກິດ - ການ​ຄ້າ.

ສານ​ກຳ​ນົດ​ທິດ​ທາງ​ອະ​ນາ​ຄົດ

ຫວຽດ​ນາມ ແລະ ຈີນ ໄດ້​ເປັນ​ເອ​ກະ​ສັນ​ນຳ​ການ​ຮ່ວມ​ມື​ທາງ​ລົດ​ໄຟ​ກາຍ​ເປັນ​ຈຸດ​ພົ້ນ​ເດັ່ນ​ໃໝ່​ໃນ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ​ສອ​ງ​ປະ​ເທດ. ຕາມ​ນັ້ນ​ແລ້ວ, ຈີນ ພ້ອ​ມ​ແລ້ວ​ທີ່​ຈະ​ຜັນ​ຂະ​ຫຍາຍ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ ກ່ຽວ​ກັບ​ການ​ກູ້​ຢືມ​ທຶນ, ເຕັກ​ໂນ​ໂລ​ຢີ, ການ​ບຳ​ລຸງ​ສ້າງ, ຄວາມ​ສາ​ມາດ​ດ້ານ​ອຸດ​ສາ​ຫະ​ກຳ​ໃນ​ຂົງ​ເຂດ​ເສັ້ນ​ທາງ​ລົດ​ໄຟ, ຊີ້​ນຳ​ວິ​ສາ​ຫະ​ກິດ​ທີ່​ມີ​ຄວາມ​ສາ​ມາດ​ຢ່າງ​ແທ້​ຈິງ​ເຂົ້າ​ຮ່ວມ​ການ​ສ້າງ​ເສັ້ນ​ທາງ​ລົດ​ໄຟ. ຫວຽດ​ນາມ ແລະ ຈີນ ພັດ​ທະ​ນາ​ການ​ໂດຍ​ສານ ແລະ ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ດ້ວຍ​ເສັ້ນ​ທາງ​ລົດ​ໄຟ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ກ່ຽວ​ກັບ​ລະ​ບຽບ​ການ​ເຂົ້າ​ອອກ - ເມືອງ ສຳ​ລັບ​ຜູ້​ໂດຍ​ສານ.

ເນື່ອງ​ໃນ​ໂອ​ກາດ​ນີ້, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ລົງ​ຕົວ​ຈິງ​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ ຈີນ ຈາກ ປັກ​ກິ່ງ ໄປ​ຍັງ​ເຂດ ຫົງ​ອານ ໃໝ່ ແລະ ລົງ​ສຳຫຼວດ​ເຂດ​ ຫົງ​ອານ​ ໃໝ່ - “ນະ​ຄອນ​ແຫ່ງ​ອະ​ນາ​ຄົດ” ໂດຍ​ກົງ. ສິ່ງ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ເຫັນ​ຄວາມ​ສົນ​ໃຈ​ຂອງ ຫວຽດ​ນາມ ຕໍ່​ກັບ​ເຕັກ​ໂນ​ໂລ​ຢີ, ມາ​ດ​ຕະ​ຖານ​ເຕັກ​ນິກ ແລະ ຫວຽດ​ນາມ ເປັນ​ເຈົ້າ​ການ​ຊອກ​ຫາ​ບັນ​ດາ​ມາດ​ຕະ​ການ​ດີ​ທີ່​ສຸດ​ເພື່ອ​ແກ້​ໄຂ​ບັນ​ຫາທີ່​ເກີນ​ຂອບ​ຂະ​ໜາດ​ບັນ​ຈຸ​ຢູ່​ຕົວ​ເມືອງ​ໃຫຍ່​ຂອງ ຫວຽດ​ນາມ.

ຈຸດ​ເນັ້ນ​ໜັກ​ເປັນ​ພິ​ເສດ​ໃນ​ໂຄງ​ການ​ດຳ​ເນີນ​ງານ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ຄັ້ງ​ນີ້ ແມ່ນ​ການ​ຢ້ຽມ​ຢາມ​ມະ​ຫາ​ວິ​ທະ​ຍາ​ໄລ ຊິງ​ຮ​ວາ, ອູ່​ບຳ​ລຸງ​ສ້າງ​ຜູ້​ເກັ່ງ​ກ້າ​ສາ​ມາດ​ແຖວ​ໜ້າ​ໃນ​ໂລກ. ນະ​ທີ່​ນີ້, ສານ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ​ການຫັນ​ເປັນ​ດີ​ຈີ​ຕອນ ໄດ້​ຮັບ​ການ​ເນັ້ນ​ໜັກ​ຄື​ດັ່ງ​ບຸ​ລິ​ມະ​ສິດ​ແຖວ​ໜ້າ. ເລື່ອງ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ບັນ​ດາ​ອົງ​ການການ​ສຶກ​ສາ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ຂອງ ຈີນ ​ແມ່ນ​ບາດ​ກ້າວ​ເດີນ​ທີ່​ແທດ​ຈິງ ແນ​ໃສ່ຫຼ​ຸດ​ຜ່ອນ​ໄລ​ຍະ​ຫ່າງ​ກ່ຽວ​ກັບ​ລະ​ດັບ​ຄວາມ​ຮູ້​ພ​ູມ​ປັນ​ຍາ, ຮັບ​ເອົາ​ບັນ​ດາ​ສິ່ງຍອດ​ຍິ່ງ​ໃນ​ການ​ບໍ​ລິ​ຫານ ແລະ ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ພ້ອມ​ທັງ​ສ້າງ​ຖັນ​ແຖວ​ສືບ​ທອດ​ທີ່​ມີ​ກຳ​ລັງ​ແຮງ​ຢ່າງ​ພຽງ​ພໍ ນຳ ຫວຽດ​ນາມ ບຸກ​ທະ​ລຸ​ໃນ​ລະ​ບົບ​ຄຸນ​ຄ່າທົ່ວ​ໂລກ.

ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຢູ່ ຈີນ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ໂຕ​ເລິມ ຄັ້ງ​ນີ້ ໄດ້​ສ້າງ​ຂີດ​ໝາຍ​ຈຸດ​ເລີ່ມ​ຕົ້ນ​ໃໝ່​ໃນ​ສາຍ​ພົວ​ພັນ​ສອງ​ຝ່າຍ. ໝາກ​ຜົນ​ຂອງ​ການ​ຢ້ຽມ​ຢາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຖື​ເປັນ​ສຳ​ຄັນ​ແຖວ​ໜ້າ ແລະ ຄວາມ​ຕັດ​ສິນ​ໃຈ​ສູງ​ຂອງ​ທັງ​ສອງ​ຝ່າຍ ຕໍ່​ກັບ​ການ​ພັດ​ທະ​ນາ​ສາ​ຍ​ພົວ​ພັນ “ທັງ​ເປັນ​ມິດ​ສະ​ຫາຍ, ທັງ​ເປັນ​ອ້າຍ​ນ້ອງ” ໃຫ້​ນັບ​ມື້​ນັບ​ໝັ້ນ​ແກ່ນ​ກວ່າ, ມີ​ສະ​ຖຽນ​ລະ​ພາບ, ແທດ​ຈິງກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”./.