ທ່ານ Naim Qassem ຫົວໜ້າຄົນໃໝ່ຂອງຂະບວນການ ເຮັກໂບລາ (ພາບ: IRNA/TTXVN)

ເຖິງຢ່າງໃດກໍຕາມ, ຕາມທ່ານແລ້ວ, ໃນຈຳນວນຂໍ້ຕົກລົງສະບັບຕ່າງໆທີ່ໄດ້ຍົກອອກມານັ້ນ, ຍັງບໍ່ທັນມີສະບັບໃດທີ່ແທດເໝາະ. ທ່ານກໍຖະແຫຼງວ່າ ຈະປະຕິບັດບັນດາຍຸດໂທບາຍ ເຊິ່ງຫົວໜ້າຄົນເກົ່າ ທ່ານ Hassan Nasrallah ໄດ້ຍົກອອກມາ ແລະ ຢັ້ງຢືນວ່າ ກຸ່ມນີ້ ອາດຈະສືບຕໍ່ຕໍ່ສູ້ຕື່ມອີກຫຼາຍເດືອນ.

ກ່ຽວຂ້ອງເຖິງບັນຫານີ້, ໃນຖະແຫຼງການຕໍ່ວິທະຍຸກະຈາຍສຽງ Al Jadeed, ທ່ານນາຍົກລັດຖະມົນຕີ ຊົ່ວຄາວຂອງ ລີບັງ Najib Mikati ຢັ້ງຢືນວ່າ ລັດຖະບານປະເທດນີ້ ພວມມານະພະຍາຍາມຈົນສຸດຄວາມສາມາດເພື່ອສາມາດບັນລຸໄດ້ຄຳສັ່ງຢຸດຍິງລະຫວ່າງ ອິດສະຣາແອັນ ແລະ ເຮັກໂບລາ ໃນ 2 – 3 ຊົ່ວໂມງ ຫຼື 2 – 3 ມື້ຈະມາເຖິງ ກ່ອນການເລືອກຕັ້ງປະທານາທິບໍດີ ອາເມລິກາ ທີ່ຈະດຳເນີນໃນວັນທີ 05 ພະຈິກ.

ນັກຂ່າວ VOV ປະຈຳ ອີຢິບ