ການພົບປະເຈລະຈາລະຫວ່າງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ ນາຍົກລັດຖະມົນຕີ ໂປໂລຍ Donald Tusk (ພາບ: VOV) |
ການຢ້ຽມຢາມໂປໂລຍ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີຄວາມໝາຍສຳຄັນທີ່ສຸດ, ເປີກສາກໃຫ້ແກ່ການສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ - ໂປໂລຍ (1950 - 2025), ສ້າງກຳລັງໜູນໃໝ່ໃນ ການນຳການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດເຂົ້າສູ່ລວງເລິກ, ແທ້ຈິງ, ມີປະສິດທິຜົນ. ນີ້ແມ່ນການຢັ້ງຢືນຂອງທ່ານ Donald Tusk ນາຍົກລັດຖະມົນຕີ ໂປໂລຍ ໃນການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 16 ມັງກອນ ຕາມເວລາທ້ອງຖິ່ນ ຢູ່ ນະຄອນຫຼວງ Warsaw,ໂປໂລຍ.
ທີ່ການພົບປະເຈລະຈາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີກັບທ່ານນາຍົກລັດຖະມົນຕີ Donald Tusk ບັນດາມາດຕະການໃຫຍ່ລວມມີ: ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ມຸ່ງໄປເຖິງການຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດ, ນຳການຮ່ວມມືດ້ານເສດຖະກິດກາຍເປັນເສົາຄ້ຳສຳຄັນຂອງການພົວພັນສອງຝ່າຍ, ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 5 ຕື້ USD, ເພີ່ມທະວີການຮ່ວມມືດ້ານປ້ອງກັນຄວາມຊາດ - ປ້ອງກັນຄວາມສະຫງົບ, ຊຸກຍູ້ການສຶກສາ - ບຳລຸງສ້າງ, ການຮ່ວມມືດ້ານແຮງງານ; ເພີ່ມທະວີການພົບປະແລກປ່ຽນປະຊາຊົນ, ສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດໃນປີ 2025.
ສ່ວນທ່ານນາຍົກລັດຖະມົນຕີ Donald Tusk ໄດ້ເຫັນດີເປັນເອກະພາບໃຫ້ສອງຝ່າຍພິຈາລະນາຍົກລະດັບການພົວພັນຂຶ້ນສູ່ລະດັບສູງໃໝ່ໂດຍໄວບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ພ້ອມທັງ, ຕີລາຄາຫວຽດນາມແມ່ນໜຶ່ງໃນບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນທີ່ສຸດຂອງ ໂປໂລຍ ຢູ່ພາກພື້ນ ອາຊີ - ປາຊີຟິກ. ທ່ານ ນາຍົກລັດຖະມົນຕີ Donald Tusk ກໍ່ໃຫ້ຮູ້ວ່າ ໂປໂລຍຈະໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນ ຫວຽດນາມ - EU ໂດຍໄວ, ສະໜັບສະໜູນຄະນະກຳມະການເອີລົບ (EC) ແກ້ບັດເຫຼືອສຳລັບສິນທະເລສົ່ງອອກຂອງ ຫວຽດນາມ ເຂົ້າຕະຫຼາດ EU.
ແລະກໍ່ໃນຕອນບ່າຍວັນດຽວກັນ, ຢູ່ທຳນຽບປະທານາທິບໍດີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບປະທານາທາບໍດີ ໂປໂລຍ Andrzej Duda. ທີ່ການພົບປະ, ທ່ານປະທານາທາບໍດີ Andrzej Duda ໄດ້ສະເໜີສອງຝ່າຍໝູນໃຊ້ບັນດາຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວໃຫ້ໄດ້ຫຼາຍທີ່ສຸດ ເພື່ອແນໃສ່ຍູ້ແຮງການຮ່ວມມືລະຫວ່າງສອງຝ່າຍໃນຂົງເຂດທີ່ເປັນເສົາຄ້ຳ. ທ່ານປະທານາທາບໍດີ Andrzej Duda ກໍ່ຕີລາຄາສູງ ບັນດາການປະກອບສ່ວນຂອງປະຊາຄົມຊາວຫວຽດນາມອາໄສຢູ່ໂປໂລຍ ໃຫ້ແກ່ປະເທດປະຈຳຖິ່ນ.

