(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ Mohammed bin Salman Bin Abdulaziz Al Saud, ເຈົ້າຊາຍ, ນາຍົກລັດຖະມົນຕີ ອາຣັບບີຊະອຸດີ) |
ຕອນບ່າຍວັນທີ 29 ຕຸລາ, ຢູ່ນະຄອນຫຼວງ Riyadh, ໃນຂອບເຂດການເຂົ້າຮ່ວມກອງປະຊຸມຂໍ້ລິເລີ່ມການລົງທຶນອະນາຄົດຄັ້ງທີ 8 (FII8) ແລະ ຢ້ຽມຢາມ, ເຮັດວຽກຢູ່ ອາຣັບບີຊະອຸດີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ດຳເນີນການເຈລະຈາກັບທ່ານ Mohammed bin Salman Bin Abdulaziz Al Saud, ເຈົ້າຊາຍ, ນາຍົກລັດຖະມົນຕີ ອາຣັບບີຊະອຸດີ.
ທີ່ການເຈລະຈາ, ນາຍົກລັດຖະມົນຕີ 2 ທ່ານໄດ້ຕີລາຄາສູງບັນດາບາດກ້າວພັດທະນາຢ່າງບຸກທະລຸຂອງການພົວພັນລະຫວ່າງ ຫວຽດນາມ ແລະ ອາຣັບບີຊະອຸດີ ໃນໄລຍະ 25 ປີຜ່ານມາ ແລະ ເຫັນດີຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອນຳການພົວພັນ 2 ຝ່າຍໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່. ທ່ານນາຍົກລັດຖະມົນຕີສົ່ງເສີມໃຫ້ ອາຣັບບີຊະອຸດີ ລົງທຶນເຂົ້າບັນດາຂົງເຂດ, ໂຄງການຍຸດທະສາດ, ມີລັກສະນະສັນຍາລັກ, ບຸກທະລຸຢູ່ ຫວຽດນາມ; ພິຈາລະນາກໍ່ສ້າງສູນກາງຂົນສົ່ງ, ເກັບຮັກສານ້ຳມັນດິບ ແລະ ຜະລິດຕະພັນກັ່ນນ້ຳມັນຢູ່ ຫວຽດນາມ ເພື່ອສົ່ງອອກໄປຍັງບັນດາປະເທດຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້; ຂຸດຄົ້ນຄວາມສາມາດບົ່ມຊ້ອນພັດທະນາຂະແໜງ Halal ຂອງ ຫວຽດນາມ…
ສ່ວນທ່ານ Mohammed bin Salman Bin Abdulaziz Al Saud, ເຈົ້າຊາຍ, ນາຍົກລັດຖະມົນຕີ ອາຣັບບີຊະອຸດີ ເຫັນດີຕໍ່ບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ສະເໝີໃຫ້ 2 ຝ່າຍຊີ້ນຳບັນດາກະຊວງ, ຂະແໜງການ ສືບຕໍ່ແລກປ່ຽນບັນດາຂໍ້ສະເໜີການຮ່ວມມືເປັນລະອຽດ, ຫັນບັນດາຄວາມສາມສາດບົ່ມຊ້ອນການຮ່ວມມື 2 ຝ່າຍໃຫ້ປະກົດຜົນເປັນຈິງ.
(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບ ເຈົ້າຊາຍ ຈໍແດນ Al Hussein bin Abdullah II) |
ໃນຕອນຄ່ຳວັນທີ 29 ຕຸລາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບ ເຈົ້າຊາຍ ຈໍແດນ Al Hussein bin Abdullah II. ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງຕີລາຄາສູງບົດບາດຂອງ ຈໍແດນ ໃນເລື່ອງໜູນຊ່ວຍປະຊາຊົນ ປາແລັດສະຕິນ, ຜ່ານນັ້ນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ.
ເນື່ອງໃນໂອກາດນີ້, ໃນຕອນຄ່ຳວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ, ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ກໍ່ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ບັນດານັກວິສະວະກອນ ຫວຽດນາມ ອາໄສຢູ່ ອາຣັບບີຊະອຸດີ.


