ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງມາຮອດສະໜາມບິນ ໂນ້ຍບ່າຍ (ພາບ: TTXVN)

ດ້ວຍກວ່າ 20 ກິດຈະກຳ, ການຢ້ຽມຢາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ, ປະຕິບັດສຳເລັດທຸກເປົ້າໝາຍ, ຄຳຮຽກຮ້ອງທີ່ໄດ້ວາງອອກ. ການຢ້ຽມຢາມອີກຄັ້ງໜຶ່ງຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ, ລັດ ຫວຽດນາມ ທີ່ຍາມໃດກໍໃຫ້ບຸລິມະສິດສູງສຸດ ແລະ ຖືເປັນສຳຄັນການພັດທະນາການພົວມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ. ການຢ້ຽມຢາມຍັງສະແດງໃຫ້ເຫັນການເຂົ້າຮ່ວມຢ່າງເປັນເຈົ້າການ, ຕັ້ງໜ້າ, ການປະກອບສ່ວນຢ່າງມີຄວາມຮັບຜິດຊອບຂອງສະພາແຫ່ງຊາດ ຫວຽດນາມ ພ້ອມກັບລັດຖະສະພາບັນດາປະເທດສະມາຊິກໃນການປັບປຸງບົດບາດເປັນໃຈກາງ, ຄວາມສາມັກຄີ ແລະ ເປັນເອກະພາບໃນ ອາຊຽນ.

ກ່ອນໜ້ານັ້ນ, ຕອນບ່າຍວັນທີ 19 ຕຸລາ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ພົບປະກັບທ່ານປະທານລັດຖະສະພາ ເບລາຣຸດ Igor Sergeyenko ແລະ ພົບປະກັບທ່ານປະທານສະພາແຫ່ງຊາດ ໄທ.

ເລຕວຽດ