ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຝຸຈ້ອງ ແມ່ນໜຶ່ງໃນບັນດາຜູ້ມີສິດເລືອກຕັ້ງປ່ອນບັດທຳອິດ. |
ຢູ່ສະຖານທີ່ປ່ອນບັດທີ່ເຮືອນເລກທີ 58 ຫງວຽນຢູ, ຮ່າໂນ້ຍ, ພໍດີຮອດ 7 ໂມງເຊົ້າ, ຫຼັງພິທີໄຂ, ທ່ານເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ຫງວຽນຝຸຈ້ອງ ເຊິ່ງແມ່ນໜຶ່ງໃນບັນດາຜູ້ມີສິດເລືອກຕັ້ງປ່ອນບັດທຳອິດ. ເມື່ອຕອບສຳພາດຕໍ່ສື່ມວນຊົນ ພາຍຫຼັງການປ່ອນບັດ, ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ເຊື່ອໝັ້ນວ່າ ດ້ວຍຄວາມໝາຍຄວາມສຳຄັນຂອງການເລືອກຕັ້ງຄັ້ງນີ້, ປະເທດຊາດຈະກ້າວເຂົ້າສູ່ໄລຍະໃໝ່, ຕອບສະໜອງໄດ້ຕາມຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງໃນທົ່ວປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ກໍປາດຖະໜາວ່າ ບັນດາສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນທຸກຂັ້ນທີ່ໄດ້ຮັບການເລືອກຕັ້ງໃນຊຸດນີ້ ຈະສຸດຈິດສຸດໃຈອຸທິດສ່ວນເພື່ອປະເທດຊາດ, ເພື່ອປະຊາຊົນ, ປະຕິບັດພັນທະ ແລະ ຄວາມຮັບຜິດຊອບຂອງຕົນຢ່າງຄົບຖ້ວນ, ຖືກຕ້ອງຕາມລັດຖະທຳມະນູນ ແລະ ກົດໝາຍ ທີ່ໄດ້ກຳນົດໄວ້, ໂດຍສະເພາະແມ່ນຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນ ແລະ ຕໍ່ລັດຖະທຳມະນູນ.
ທ່ານປະທານປະເທດ ຫງວຽນຊວັນຟຸກ ຢື້ຢາມຖາມຂ່າວຜູ້ມີສິດເລືອກຕັ້ງ ເມືອງ ກູ໋ຈີ |
ຕອນເຊົ້າວັນທີ 23 ພຶດສະພາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2021 – 2026 ຢູ່ສະຖານທີ່ປ່ອນບັດ ເລືອກຕັ້ງເລກທີ 41, ເທດສະບານເມືອງ ກູ໋ຈີ, ນະຄອນ ໂຮ່ຈີມິນ. ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາວ່າ ວຽກງານການເລືອກຕັ້ງໄດ້ຈັດຕັ້ງຢ່າງມີແບບມີແຜນ, ມີວິທະຍາສາດ ອຳນວຍຄວາມສະດວກໃຫ້ແກ່ຜູ້ມີສິດເລືອກຕັ້ງທີ່ສຸດ, ວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19 ກໍໄດ້ປະຕິບັດເປັນຢ່າງດີ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມການເລືອກຕັ້ງ ຢູ່ສະຖານທີ່ປ່ອນບັດ ເລືອກຕັ້ງ ເລກທີ 18
|
ຢູ່ສະຖານທີ່ປ່ອນບັດ ເລືອກຕັ້ງ ເລກທີ 18, ຕາແສງ ກ໋າຍເຄ໊, ເມືອງ ນິງກ່ຽວ, ນະຄອນ ເກີ່ນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ປະຕິບັດສິດ ແລະ ພັນທະພົນລະເມືອງຂອງຕົນ. ໂດຍແບ່ງປັນພາຍຫຼັງການປ່ອນບັດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ສິ່ງສຳຄັນທີ່ສຸດແມ່ນ ຫວຽດນາມ ຈັດຕັ້ງການປ່ອນບັດຢ່າງເປີດເຜີຍ, ໂປ່ງໃສ, ຍຸຕິທຳ. ຜູ້ມີສິດເລືອກຕັ້ງແຕ່ລະຄົນມີສິດເສລີໃນການເລືອກເອົາບັນດາຕົວແທນທີ່ເໝາະສົມທີ່ສຸດເຂົ້າໃນອົງການສິດອຳນາດຂອງທ້ອງຖິ່ນ ແລະ ອົງການສິດອຳນາດສູງສຸດຂອງປະເທດຊາດ.
ພາຍຫຼັງປະຕິບັດສິດພັນລະເມືອງຂອງຕົນຢູ່ສະຖານທີ່ປ່ອນບັດເລືອກຕັ້ງເລກທີ 1 ເທດສະບານເມືອງ ອານຫຼາວ, ນະຄອນ ຫ໋າຍຟ່ອງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ຫວຽດນາມ ໄດ້ກະກຽມທຸກວຽກງານເລືອກຕັ້ງໃນເວລາຍາວນານ ຈຶ່ງສາມາດດຳເນີນການເລືອກຕັ້ງໃນທົ່ວປະເທດຄືໃນວັນນີ້, ຮັບປະກັນສິດ ແລະ ພັນທະຂອງຜູ້ມີສິດເລືອກຕັ້ງທຸກຄົນ, ໃນນັ້ນ ມີບັນດາທ້ອງຖິ່ນພວມປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19 ຄື ຮ່າໂນ້ຍ, ບັກຢາງ, ບັກນິງ, ຫວິງຝຸກ ແລະ ດ່າໜັງ.
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເຂົ້າຮ່ວມການປ່ອນບັດ |
ຕີລາຄາໂດຍສັງເຂບກ່ຽວກັບຄວາມຄືບໜ້າຂອງການເລືອກຕັ້ງ, ທ່ານ ບຸ່ຍວັນເກື່ອງ ເລຂາທິການໃຫຍ່ສະພາແຫ່ງຊາດ, ຫົວໜ້າຫ້ອງການສະພາເລືອກຕັ້ງແຫ່ງຊາດ ໃຫ້ຮູ້ວ່າ, ໄລ່ຮອດເວລາ 11 ໂມງຂອງວັນທີ 23 ພຶດສະພາ, ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ແມ່ນຫຼາຍທີ່ສຸດ ເປັນຕົ້ນແມ່ນ ແຂວງ ດ້ຽນບຽນ ບັນລຸ 85%, ກວາງນິງ 84,53%, ກວ໋າງງ໋າຍ 81,76%, ກາາບັ່ງ 80,3%, ຮ່າຢາງ 77,65%, ຫວິງຟຸກ 71,89%... ສະຖານທີ່ປ່ອນບັດ ເລືອກຕັ້ງເລກທີຫຼາຍແຫ່ງ ມີຜູ້ມີສິດເລືອກຕັ້ງເຂົ້າຮ່ວມການປ່ອນບັດ 100%, ເປັນເຕົ້ນແມ່ນ ແຂວງ ກວ໋າງນິງ, ກາວບັ່ງ, ດ້ຽນບຽນ, ບິ່ງເຟືອກ, ຈ່າວິງ… ບັນດາທ້ອງຖິ່ນທັງໝົດຕ່າງກໍປະຕິບັດວຽກງານຈັດແບ່ງເຂດ, ຈັດແບ່ງຜູ້ມີສິດເລືອກຕັ້ງໄດ້ເປັນຢ່າງດີ, ຮັບປະກັນມາດຕະການ, ຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດໂລກລະບາດ./.
Vietnamese
中文
日本語
한국어
Français
Русский
Deutsch
Español
Bahasa Indonesia
ไทย
ພາສາລາວ
ខ្មែរ



