ໃນຊຸມວັນນີ້, ຢູ່ບັນດາສະຖານີລົດໄຟໄຟຟ້າຕົວເມືອງ, ຈຳນວນແຂກໄດ້ເພີ່ມຂຶ້ນຢ່າງຈະແຈ້ງ, ພິເສດແມ່ນໃນຊົ່ວໂມງຮີບດ່ວນ. ໃນຖ້ຽວລົດໄຟໄຟຟ້າຕອນເຊົ, ຫຼາຍຄົນເຄີຍໄປມາດ້ວຍລົດສ່ວນຕົວ ແຕ່ປະຈຸບັນກໍ່ຫັນໄປໃຊ້ພາຫະນະສາທາລະນະ.

ບໍ່ພຽງແຕ່ໄດ້ປະຢັດຄ່າໃຊ້າຍເທົ່ານັ້ນ, ຫຼາຍຄົນຍັງຖືວ່າ ຖ້າສົມທົບການເດີນທາງໄປມາດ້ວຍລົດໄຟໄຟຟ້າ ແລະ ລົດຖີບໃນສະພາບການລາຄານ້ຳມັນເພິ່ມຂຶ້ນສູງ ຈະຊ່ວຍໃຫ້ເຂົາເຈົ້າເປັນເຈົ້າການກວ່າອີກໃນການໄປມາ ພ້ອມທັງປະກອບສ່ວນຫລຸດຜ່ອນສະພາບລົດຕິດ ແລະ ມົນລະພິດ.

ອ້າຍ ເລຮົ່ງດຽບແລະ ເອື້ອຍ ຫງວຽນທິຢວຽນ ຕາແສງ ແທັງຊວັນ ຮ່າໂນ້ຍ ແບ່ງປັນວ່າ:

ກ່ອນນີ້ຂ້າພະເຈົ້າໄດ້ທຽວໄປມາດ້ວຍລົດຈັກ, ແຕ່ລະເດືອນຕ້ອງເສຍເງິນຊື້ນ້ຳມັນຫຼາຍພໍສົມຄວນ, ນັບແຕ່ເມື່ອລາຄານ້ຳມັນເພີ່ມຂຶ້ນ, ຂ້າພະເຈົ້າກໍ່ຫັນໄປໃຊ້ລົດໄຟໄຟຟ້າ, ເມື່ອອອກຈາກສະຖານີກໍ່ຖີບລົດຖີບໄປຕໍ່, ທັງປະຢັດ ແລະ ກໍ່ບໍ່ເມື່ອຍ.

ເມື່ອລາຄານ້ຳມັນເພີ່ມຂຶ້ນ, ຂ້າພະເຈົ້າໄດ້ຊື້ລົດຖີບເລີຍ, ທັງຫັດກາຍຮັກສາສຸຂະພາບ, ທັງປົກປັກຮັກສາສິ່ງແວດລ້ອມ, ອີກຢ່າງໜຶ່ງແມ່ນໄດ້ປະຢັດເງິນກວ່າຊື້ນ້ຳມັນໃນສະາບທີ່ລາຄານ້ຳມັນເພີ່ມຂຶ້ນສູງແນວນີ້. ກ່ອນນີ້, ຂີ່ລົດຈັກແຕ່ເຮືອນຮອດຫ້ອງການກໍ່ເສຍເວລາ 30-40 ນາທີ ແຕ່ປະຈຸບັນຂີ່ລົດໄຟໄຟຟ້າເສຍເວລາແຕ່ 20 ນາທີເທົ່ານັ້ນ ທັງປະຢັດ ທັງມີປະສິດທິຜົນ.

ທ່ານ ຄວັດຫວຽດຮຸ່ງ ປະທານສະພາສະມາຊິກ ບໍລິສັດ ເສັ້ນທາງລົດໄຟ ຮ່າໂນ້ຍ ຈຳກັດຜູ້ດຽວ (HANOI METRO), ໃຫ້ຮູ້ວ່າ:

ໃນຊຸມວັນທີ່ຜ່ານມາ, ເມື່ອລາຄາເຊື້ອເພີງເພີ່ມຂຶ້ນ, ຈຳນວນຜູ້ໃຊ້ລົດໄຟໄຟຟ້າກໍ່ເພີ່ມຂຶ້ນເຊັ່ນດຽວກັນ, ພິເສດ, ໃນຖ້ຽວທີ່ມີນັກສຶກສາຫຼາຍຄົ ໄດ້ເພີ່ມຂຶ້ນເຖິງ 15-16%.

ການປ່ຽນແປງໃນຄວາມລຶ້ງເຄີຍໄປມາກໍ່ເຮັດໃຫ້ຕະຫຼາດພາຫະນະມີການຜັນແປໄປຕາມ. ຢູ່ບັນດາຮ້ານຂາຍລົດໄຟຟ້າ, ຈຳນວນລູກຄ້າມາຊອກຮູ້ ແລະ ຊື້ລົດກໍ່ເພີ່ມຂຶ້ນຫຼາຍພໍສົມຄວນໃນໄລຍະມໍ່ໆມານີ້. ເອື້ອຍ ດ່າວແທັງຮວ່ຽນ, ພະນັກງານຂາຍເຄື່ອງຢູ່ຮ້ານຮອນດາ ໃນບໍລິເວນນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ:

ໃນ 2, 3 ເດືອນມານີ້, ຈຳນວນລົດໄຟຟ້າທີ່ຂາຍໄດ້ເພີ່ມຂຶ້ນແຕ່ 7-10 %, ຍ້ອນລາຄານ້ຳມັນເພີ່ມຂຶ້ນ, ຫຼາຍຄົນໄດ້ຫັນໄປໃຊ້ລົດໄຟຟ້າ.

ໃນສະພາບການຕົວເມືອງທີ່ນັບມື້ນັບຄັບຄາໜາແໜ້ນນັ, ລາຄານ້ຳມັນເພີ່ມຂຶ້ນຄືກັບແຮງກະຕຸຊຸກຍູ້ ປ່ຽນແປງຄວາມລຶ້ງເຄີຍ, ມຸ່ງໄປສູ່ການໃຊ້ບັນດາພາຫະນະແບບປະຢັດເງິນ ແລະ ເປັນມິດກັບສິ່ງແວດລ້ອມກວ່າອີກ. ອ້າຍ ຟ້າມແອັງ, ຢູ່ຕາແສງ ໝີ້ດິ່ງ ນະຄອນ ຮ່າໂນ້ຍ ແບ່ງປັນກ່ຽວກັບສາຍເຫດທີ່ຫັນໄປຊື້ລົດໄຟຟ້າວ່າ:

ປະຈຸບັນ, ລາຄານ້ຳມັນໄດ້ເພີ່ມຂຶ້ນ, ຂ້າພະເຈົ້າຕັດສິນໃຈໄປຊື້ລົດໄຟຟ້າຍ້ອນວ່າມັນມີຫຼາຍຮູບແບບງາມ, ລາຄາກໍ່ເໝາະສົມ. ຂີ່ລົດໄຟຟ້າກໍ່ສະດວກສະບາຍ.

ຈາກແງ່ມູມຕົວເມືອງ, ບັນດາການປ່ຽນແປງນ້ອຍໃນການເລືອກເອົາພາຫະນະໄປມາ ອາດຈະສ້າງການກະທົບອັນໃຫ່ຍຫຼວງ. ​ຜູ້ໃຊ້ລົດຈັກໜ້ອຍລົງກໍ່ໝາຍຄວາມວ່າຈະຫລຸດຜ່ອນສະພາບລົດຕິດ, ຫລຸດຜ່ມົນລະພິດສິ່ງແວດລ້ອມ.

ມີຫຼາຍຄົນໃຊ້ພາຫະນະສາທາລະນະ​​ກໍ່າຍຄວາມວ່າ ຕົວເມືອງໄດເຄື່ອນໄຫວຢ່າງມີປະສິດທິຜົນກວ່າ. ລາຄານ້ຳມັນ​​ເພີ່ມຂຶ້ນ, ໃນແງ່ມູມໃດໜຶ່ງກໍ່ພວມກາຍເປັນການຊຸກຍູ້ວິວັດການຫັນປ່ຽນນີ້.

ໃນຈັງຫວະການດຳລົງຊີວິດຢູ່ເຂດຕົວເມືອງທີ່ທັນສະໄໝ, ແຕ່ລະການປ່ຽນ​​ແປງ, ເຖິງວ່ານ້ອຍກໍ່ຕາມ ກໍ່ລ້ວນແຕ່ແມ່ນບາດກ້າວເດີນໜຶ່ງ. ຈາກເລື່ອງເລືອກໃຊ້ລົດໄຟໄຟຟ້າ, ຖີບລົດ ຫຼື ຫັນໄປຂີ່ລົດ​​ໄຟຟ້າ, ພວມໄດ້ປັບຕົວເພື່ອຮັບມືກັບການຜັນແປຂອງຕະຫຼາດ./.

The Hung