ຕອນ​ບ່າຍ​ວັນ​ທີ 2 ເມ​ສາ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ (ຮ່າ​ໂນ້ຍ), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໄດ້​ຕ້ອນ​ຮັບ​ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ RMIT Melbourne (ອົດ​ສະ​ຕາ​ລີ) ໂດຍ​ທ່ານ​ສາດ​ສະ​ດາ​ຈານ Alec Cameron, ​ຜູ້​ອຳ​ນວຍ​ການມະ​ຫາ​ວິ​ທະ​ຍາ​ໄລ, ຮອງ​ປະ​ທານ​​ສະ​ພາ​ບໍ​ລິ​ຫານ​ໂຮງ​ຮຽນເປັນ​ຫົວ​ໜ້າ​ຄະ​ນະທີ່ ພວມ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຫວຽດ​ນາມ.

ທີ່​ການ​ຕ້ອນ​ຮັບ, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ RMIT, ພິ​ເສດ​ແມ່ນ RMIT ຫວຽດ​ນາມ ໃນ​ໄລ​ຍະ​ກວ່າ 25 ປີ​ຜ່ານ​ມາ​ໃນ​ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ທີ່​ມີ​ຄຸນ​ນະ​ພາບ​ສູງ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ ຫວຽດ​ນາມ ແລະ ອົດ​ສະ​ຕາ​ລີ, ທ່ານ​ເນັ້ນ​ໜັກ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ມະ​ຫາ​ວິ​ທະ​ຍາ​ໄລ RMIT ຄວນ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການຫຼັກ​ສູດ​ບຳ​ລຸງ​ສ້າງ​ຢູ່ ຫວຽດ​ນາມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ລົງ​ທຶນ​ພື້ນ​ຖານ​ວັດ​ຖຸ, ເພີ່ມ​ທະ​ວີ​ຖັ​ນ​ແຖວ​​ຄູອາ​ຈານ, ເປີດກວ້າງ​ຂອບ​ຂະ​ໜາດ​ການ​ບຳ​ລຸງ​ສ້າງ ແລະ ຫັນ​ວິ​ຊາ​ຊີບ​ເປັນ​ຫຼາຍ​ຮູບ​ແບບ, ພິ​ເສດ​ໃນ​ບັນ​ດາ​ຂົງ​ເຂດທີ່ ຫວຽດ​ນາມ ພວມ​ມີ​ຄວາມ​ຕ້ອງ​ການ​ບຳ​ລຸງ​ສ້າງ​ສູງ​ຄື ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ, ປັນ​ຍາ​ປະ​ດິດ, ເສດ​ຖະ​ກິດ​ສີ​ຂຽວ, ນະ​ວັດ​ຕະ​ກຳ ແລະ ການ​ຄຸ້ມ​ຄອງບໍ​ລິ​ຫານ​ເຕັກໂນ​ໂລ​ຢີ…

ສ່ວນ​ທ່ານ​ສາດ​ສະ​ດາ​ຈານ Alec Cameron ສະ​ແດງ​ຄວາມ​ປາດ​ຖະ​ໜາ​ຢາກ​ໃຫ້ມະ​ຫາ​ວິ​ທະ​ຍາ​ໄລ RMIT ມີ​ການ​ເຄື່ອນ​ໄຫວ​​ກ່​ວາ​ຢູ່​ນະ​ຄອນ ຮ່າ​ໂນ້ຍ ໃນ​ໄລ​ຍະ​ຍາວ​ກ່​ວາ ແລະ ມຸ່ງ​ໄປ​ເຖິງ​ການ​ເປີດກວ້າງ​ສາ​ຂາ​ຢູ່​ນະ​ຄອນ ໂຮ່​ຈີ​ມິນ, ຜ່ານ​ນັ້ນ​ກໍ່ປະ​ກອບ​ສ່ວນ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ, ປະ​ກອບ​ສ່ວນ​ເພື່ອ​ໃຫ້​ຫວຽດ​ນາມ ບັນ​ລຸ​ໄດ້​ເປົ້າ​ໝາຍ​ທີ່​ໄດ້​ວາງ​ອອກ.