ກ່າວ​ຄຳ​ເຫ​ັນ​ທີ່​ວາ​ລະ​ອັດ​ກອງ​ປະ​ຊຸມ​ຄັ້ງ​ທີ 56 ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ຕອນ​ບ່າຍ​ວັນ​ທີ 02 ເມ​ສາ, ຢູ່ ຮ່າ​ໂນ້ຍ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຢືນ​ຢັນ​ວ່າ ມາ​ຮອດ​ປະ​ຈຸ​ບັນວຽກ​ງານ​ກະ​ກຽມ​ໃຫ້​ແກ່ ກອງ​ປະ​ຊຸມຄັ້ງປະຖົມມະເລິກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16 ໄດ້​ຄົບ​ຖ້ວນ ແລະ ລະ​ອຽດ. ໝາກ​ຜົນ​ນັ້ນສະ​ແດງ​ໃຫ້​ເຫັນ​ຈິດ​ໃຈ​ເປັນ​ເຈົ້າ​ການ, ຕັ້ງ​ໜ​້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ສົມ​ທົບ​​ຫວ່າງ​ບັນ​ດາ​ອົງ​ການ​ສະ​ພາ​ແຫ່ງ​ຊາດ ແລະ ອົງ​ການ​ຂອງ​ລັດ​ຖະ​ບານ, ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ໃນ​ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເນັ້ນ​ໜັກ​ວ່າ:

“ກອງ​ປະ​ຊຸມ​​ຄັ້ງ​ປະ​ຖົມ​ມະ​ເລິກ, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 16 ມີ​ຄວາມ​ໝາຍ​ພິ​ເສດ, ບໍ່​ພຽງ​ແຕ່​ຕົກ​ລົງ​ບັນ​ດາ​ບັນ​ຫາ​ຂອງ​ກົງ​ຈັກ​ລັດ, ວຽກ​ງານ​ບຸກ​ຄະ​ລາ​ກອນ​ຂັ້ນ​ສູງ​ຂອງ​ລັດ, ແຜນ​ການ​ເສດ​ຖະ​ກິດ - ສັງ​ຄົມໄລ​ຍະ 5 ປີ, ແຜນ​ການ​ງົບ​ປະ​ມານ​ຂອງ​ລັດ, ແຜນ​ການ​ກູ້​ຢືມ​ໄລ​ຍະ​ກາງ, ກູ້​ຢືມ​ໃຊ້​ໜີ້​ສາ​ທາ​ລ​ະ​ນະ​ໃນ​ໄລ​ຍະ 5 ປີ. ບັນ​ດາ​ກົດ​ໝາຍ, ມະ​ຕິ​ລ້ວນ​ແຕ່​ຮັບ​ຮອງ​ເອົາ​ຕາມ​ຂັ້ນ​ຕອນ​ຂອງກອງ​ປະ​ຊຸມ​ໜຶ່ງ. ຂ້າ​ພະ​ເຈົ້າ​ສະ​ເໜີ​ໃຫ້​ທຸກ​ອົງ​ການ, ໂດຍ​ສະ​ເພາະ​ແມ່ນ​ຂອງ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ ນຳ​ໃຊ້​ເວ​ລາ​ທີ່​ຍັງ​ເຫຼືອ​ ເພື່ອ​ສ້າງ​ບົດ​ລາຍ​ງານ, ໃບ​ສະ​ເໜີ, ຮ່າງ​ກົດ​ໝາຍ, ມະ​ຕິ​ໃຫ້​ສົ​ມ​ບູນ​ແບບຫຼາຍ​ທີ່​ສຸດ, ຮັບ​ປະ​ກັນ​ມີ​ຄຸນ​ນະ​ພາບ​ດີ​ທີ່​ສຸດ ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ກ່ອນ​ທີ່​ຈະ​ຍື່ນ​ສະ​ເໜ​ີ​ຕໍ່ສະ​ພາ​ແຫ່ງ​ຊາດ.