ຕອນ​ບ່າຍ​ວັນ​ທີ 2 ເມ​ສາ, ຢູ່​ການ​ຖະ​ແຫຼງ​ຂ່າວ​ນັດ​ສາ​ມັນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດຫວຽດ​ນາມ, ໂດຍ​ຕອບ​ຄຳ​ຖາມ​ຂອ​ງ​ນັກ​ຂ່າວ​ກ່ຽວ​ກັບ​ບັນ​ຫາ​ຄ້ຳ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ ໃນ​ສະ​ພາບ​ການທີ່​ໂລກ​ມີ​ການ​ຜັນ​ແປຫຼາຍ​ຢ່າງ​ໃນ​ປັດ​ຈຸ​ບັນ, ທ່ານ​ນາງ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

ໃນ​ຂອບ​ເຂດ​ບົດ​ບາດ​ໜ້າ​ທີ່​ຂອງ​ຕົນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄດ້​ເປັນ​ເຈົ້າ​ການ​ອັບ​ເດດ​ຂໍ້​ມູນ​ກ່ຽວ​ກັບ​​ສະ​ພາບ​ການ​ຜັນ​ແປເປັນ​ປະ​ຈຳ, ດັດປັບນ​ະ​ໂຍ​ບາຍ​ຂອງ​ບັນ​ດາ​ປະ​ເທດ​ເພື່ອ​ມີ​ຄຳ​ສະ​ເໜີ​ແນະຕໍ່​ລັດ​ຖະ​ບານ​ບັນ​ດາ​ມາດ​ຕະ​ການ​ຮັບ​ມື ໃນ​ການ​ບໍ​ລິ​ຫານ​ເສດ​ຖະ​ກິດ​ມະ​ຫາ​ພາກ, ບໍ​ລິ​ຫານ​ກ່ຽວ​ກັບ​ພະ​ລັງ​ງານ​​ຢ່າງ​ທັນ​ການ, ປະ​ສານ​ສົມ​ທົບ​ກັບ​ກະ​ຊວງກ​ານ​ເງິນ, ກະ​ຊວງ​ອຸດ​ສາ​ຫະ​ກຳ​ກ​ານ​ຄ້າ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອ​ງຢ່າງ​ແໜ້ນ​ແຟ້ນ​, ແລກ​ປ່ຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ທາງ​ການ​ຄ້າ, ການ​ລົງ​ທຶນ​ປະ​ສານ​ສົມ​ທົບ​ໜູນ​ຊ່ວຍ​ເຊິ່ງ​ກັນ​ແລະ​ກັນ ເພື່ອ​ຮັບ​ມື​ກັບ​ສະ​ພາບ​ການ​ໃນ​ປັດ​ຈຸ​ບັນ.

ກໍ່ທີ່​ການ​ຖະ​ແຫຼງ​ການ, ໂດຍ​ຕອບ​ຄຳ​ຖາມ​ກ່ຽວ​ຂ້ອງ​ເຖິງທັດ​ສະ​ນະ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ, ທ່ານ​ນາງ ຟ້າມ​ທູ​ຮັ່ງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຊີ້​ແຈ້ງວ່າ: ຫວຽດ​ນາມ ຍາມ​ໃດ​ກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບ​ປະ​ກັນ​ຄວາມ​ເສ​ລີ, ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ຢູ່​ບັນ​ດາ​ເຂດ​ທະ​ເລ ແລະ ຢັ້ງ​ຢືນ​ທັດ​ສະ​ນະ​ສະ​ເໝີ​ຕົ້​ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ລະ​ດັບ​ຄວາມ​ສຳ​ຄັນ​ຂອງ​ການ​ປະ​ຕິ​ບັດ​​ໃຫ້ຖືກ​ຕ້​ອງ​ຕາມ​ກົດ​ໝາຍ​ສາ​ກົນ ໃນ​ການ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ​ໃນ​ການ​ເດີນ​ເຮືອ​ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ.