ໂຮ້ຍ​ອາຍ (ນ​ະ​ຄອນ​ດ່າ​ນັ້ງ) ນຳ​ໜ້າ​ບັນ​ຊີ​ລາຍ​ຊື “Hidden gem cities ໂດ​ຍແມ່ນ​ບັນ​ດາ​ຈຸດ​ນັດ​ພົບ​ທີ່​ນຳ​ມາ​ເຊິ່ງ​ຄວາມ​ງາມ​ຊ້ອນ​ຕົວ, ​ມີ​ການ​ລົງ​ຕົວ​ຈິງທີ່ຫຼາກ​ລາຍ ແລະ ເຕັມ​ໄປ​ດ້ວຍ​ພະ​ລັງານ​ກະ​ຕຸ້ນ​ໃຫ້​ຜ່ານ​ຄາຍ, ໂດຍ Travel + Leisure (ວາ​ລະ​ສານ​ການ​ທ່ອງ​ທ່ຽວ​ແຖວ​ໜ້າ​ຢູ່​ອາ​ເມ​ລິ​ກາ) ປະ​ກາດ​ໃນ​ວັນ​ທີ 1 ເມ​ສາ. ການ​ຕີ​ລາ​ຄາ​ໄດ້ອີງ​ຕາມ​ບັນ​ດາ​ປັດ​ໄຈ​ກ່ຽວ​ກັບ​ຄ່າ​ໃຊ້​ຈ່າຍ, ຈຳ​ນວນ​ກິດ​ຈະ​ກຳ​ລົງ​ຕົວ​ຈິງ ແລະ ເງື່ອນ​ໄຂ​ດິນ​ຟ້າ​ອາ​ກາດ. ຕາມ​ການ​ຕີ​ລາ​ຄາ​ຂອງ Travel + Leisure ແລ້ວ, ໂຮ້ຍ​ອານ ​ບໍ່​ພຽງ​ແຕ່​ແມ່ນ ເມືອງ​ເກົ່າ​ທີ່​ໄດ້​ຮັບ​ການ​ອະ​ນຸ​ລັກ​ຮັກ​ສາ​ເປັນ​ຢ່າງ​ດີ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ ມໍ​ລະ​ດົກ​​ທີ່​ມີ​ຊີ​ວິດ, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ມີ​ຮ່ອງ​ຮອຍ​ຂອງ​ອະ​ດີດຕະ​ການໃນ​ແຕ່​ລະ​ໄລ​ຍະ​ໄດ້​ປະ​ກົດ​ໃນການ​ດຳ​ລົງຊີ​ວິດ. ເມືອງ​ເກົ່າໄດ້​ເປີດ​ອອກ​ດ້ວຍ​ບັນ​ດາ​ເສັ້ນ​ທາງ​ທີ່​ເຕັມ​ໄປ​ດ້ວຍ​ແສງ​ສີ​ຂອງ​ໂຄມໄຟ, ບັນ​ດາ​ຫຼັງ​ຄາ​ເຮືອນ​ທີ່​ມີ​ສີ​ສັນ​ໄປ​ຕາມ​ການເວ​ລາ ພ້ອມ​ກັບ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍາ​ກຳ​ທີ່​ມີ​ລັກ​ສະ​ນະ​ຂອງ​ການ​ປະ​ສົມ​ປະ​ສານຈາກ​ຝ່າຍ​ຕາ​ເວັນ​ອອກ - ຕາ​ເວັນ​​ຕົກ. ສະ​ຖານ​ທີ​ນັ້ນ​ບໍ່​ພຽງ​ແຕ່​ເພື່ອ​ຮັບ​ຊົມ​ເທົ່າ​ນັ້ນ ຫາກ​ຍັງ​ເພື່ອ​ກ້າວ​ເຂົ້າໄປ ແລະ ຮັບຮູ້​ໂດຍ​ການສຳ​ຜັດ​ດ້ວຍຫຼາຍ​ອິນ​ຊີອີກ​ດ້ວຍ.