ວັນທີ 9 ມັງກອນ, ຢູ່ກອງປະຊຸມສະພາແຫ່ງຊາດ ລີບັງ ພາຍຫຼັງຮອບເລືອກຕັ້ງ ຄັ້ງທີ 2 ດ້ວຍບັດສະໜັບສະໜູນ 99 ບັດ, ທ່ານນາຍພົນ Joseph Aoun ຜູ້ບັນຊາການກອງທັບ ໄດ້ຮັບການເລືອກຕັ້ງດຳລົງຕຳແໜ່ງປະທານາທິບໍດີ ປະເທດນີ້.

ໃນບົດກ່າວປາໄສຮັບດຳລົງຕຳແໜ່ງ, ທ່ານ Joseph Aoun ໃຫ້ຮູ້ວ່າ ເຫດການໄດ້ສ້າງຂີດໝາຍການເລີ່ມຕົ້ນໃນປະຫວັດສາດພາກໃໝ່ ຂອງປະເທດລີບັງ, ທ່ານໃຫ້ຄຳໝັ້ນສັນຍາຈະປະຕິບັດສິດຄວາມສະເໝີພາບລະຫວ່າງບັນດາພັກການເມືອງ, ຮັບໃຊ້ຜົນປະໂຫຍດສ່ວນລວມ, ຢັ້ງຢືນຈະປຶກສາຫາລືກັບສະພາແຫ່ງຊາດໂດຍໄວ ກ່ຽວກັບການແຕ່ງຕັ້ງນາຍົກລັດຖະມົນຕີ ຄົນໃໝ່. ທ່ານປະທານາທິບໍດີ ລີບັງຄົນໃໝ່ກໍ່ໃຫ້ຄຳໝັ້ນສັນຍາຢຸດຕິການຢຶດຄອງຂອງ ອິດສະລາແອັນ ແລະ ກໍ່ສ້າງເຂດພາກໃຕ້ຂອງລີບັງຄືນໃໝ່, ພ້ອມທັງຖະແຫຼງວ່າຈະສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດກັບທຸກປະເທດອາຣັບ ໃນຂະນະທີ່ເດີນຕາມນະໂຍບາຍເປັນກາງ. ແລະກໍ່ໃນວັນດຽວກັນ, ການນຳຫຼາຍທ່ານໃນໂລກ ແລະ ປະເທດອື່ນໆໃນພາກພື້ນກໍ່ສົ່ງຄຳອວຍພອນໄປຍັງທ່ານປະທານາທິບໍດີ ລີບັງຄົນໃໝ່.