ຕາມການຕີລາຄາຂອງທະນາຄານໂລກ, ຫວຽດນາມ ສືບຕໍ່ແມ່ນຈຸດເດັ່ນໃນກຸ່ມບັນດາພື້ນຖານເສດຖະກິດທີ່ມີລາຍຮັບລະດັບດຽວກັນ ຍ້ອນຮັກສາຄຸນນະພາບການສຶກສາເປັນປົກກະຕິ ແລະ ບັນລຸໝາກຜົນສູງໃນບັນດາການຕີລາຄາສາກົນປະຈຳໄລຍະ. ໄປຄຽງຄູ່ກັນນັ້ນ, ຕະຫຼາດແຮງງານກໍຮັບຮູ້ມີການປົວແປງຢ່າງຈະແຈ້ງ. ອີກຈຸດພົ້ນເດັ່ນອື່ນແມ່ນປະສິດທິຜົນນຳໃຊ້ທຶນມະນຸດຂອງ ຫວຽດນາມ. ໃນບົດລາຍງານ HCI+ ຊີ້ໃຫ້ເຫັນວ່າ ຫວຽດນາມ ມີຄວາມສາມາດຫັນການລົງທຶນເຂົ້າຂົງເຂດການສຶກສາ ແລະ ສາທາລະນະສຸກກາຍເປັນການເຕີບໂຕເສດຖະກິດຢ່າງແທ້ຈິງໄດ້ເປັນຢ່າງດີກວ່າລະດັບປານກາງຂອງບັນດາປະເທດທີ່ມີລາຍຮັບລະດັບດຽວກັນ. ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ໄດ້ຮັບການຕີລາຄາວ່າ ນອນໃນກຸ່ມພື້ນຖານເສດຖະກິດທີ່ມີຄຸນນະພາບແຫຼ່ງຊັບພະຍາກອນມະນຸດແກ້ງແຍ້ງ, ພິເສດແມ່ນໃນສະພາບການຫັນປ່ຽນໄປສູ່ຮູບແບບການເຕີບໂຕໂດຍອີງໃສ່ທັກສະ ແລະ ນະວັດຕະກຳ.
ກວາງຈູງ - ນັກຂ່າວ VOV ປະຈຳ ອາເມລິກາ
